ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພົບປະກັບຜູ້ມີສິດເລືອກຕັ້ງແຂວງຮືງອຽນ
ພົນເອກ ຟຸ່ງກວາງແທງ
photo:baomoi.com
|
(vovworld)- ວັນທີ4/10, ທີ່ການພົບປະກັບຜູ້ມີສິດເລືອກຕັ້ງແຂວງ ຮືງອຽນ, ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ຄະນະສະມາຊິກສະພາແຫ່ງຊາດ ແຂວງ ຮືງອຽນ ໄດ້ລາຍງານກັບຜູ້ມີສິດເລືອກຕັ້ງນະຄອນ ຮືງອຽນ ກ່ຽວກັບການຄາດຄະເນບັນດາເນື້ອໃນຂອງກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 13 ຊື່ງຈະດຳເນີນໄປແຕ່ວັນທີ 20/10-29/11. ຕາມນັ້ນແລ້ວ, ສະພາແຫ່ງຊາດ ຈະພິຈາລະນາຮັບຮອງເອົາກົດໝາຍ 17 ສະບັບ ແລະ ຮ່າງມະຕິ 3 ສະບັບ, ໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນ 12 ສະບັບ. ນອກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ຍັງລາຍງານກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ນະໂຍບາຍການຕ່າງປະເທດຂອງປະເທດຊາດໃນ 9 ເດືອນຕົ້ນປີ 2014 ແລະ ຮັບຟັງຄຳສະເຫນີຂອງບັນດາຜູ້ມີສິດເລືອກຕັ້ງ.