ລັດຖະມົນຕີການຕ່າງປະເທດການາດາຢ້ຽມຢາມອາເມລິກາຊຸກຍູ້ການພົວພັນ2ຝ່າຍ
ທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Chrystia Ferrland
(ພາບປະກອບ: AFP/Getty Images)
(vovworld) - ທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Chrystia Ferrland ພວມມີການຢ້ຽມຢາມອາເມລິກາ ຢ່າງເປັນທາງການໃນລະຫວ່າງວັນທີ 07 – 08/02, ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາ 2 ຝ່າຍ, ຈາກການຮ່ວມມືດ້ານເສດຖະກິດຕະຫຼອດຮອດການເພີ່ມທະວີການປ້ອງກັນຄວາມສະຫງົບລວມ. ໃນວັນທີ 07/02, ທ່ານນາງ Ferrland ໄດ້ມີບັນດາການພົບປະກັບທ່ານປະທານສະພາຕໍ່າອາເມລິກາ Paul Ryan, ປະທານ ກຳມາທິການກຳລັງທະຫານສະພາສູງ John McCain ແລະ ທ່ານປະທານກຳມາທິການພົວພັນຕ່າງປະເທດສະພາສູງ Bob Corker. ເຖິງຢ່າງໃດກໍ່ຕາມ, ປະຈຸບັນຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບເນື້ອໃນບັນດາການພົບປະ. ນອກນັ້ນ, ທ່ານນາງ Ferrland ກໍ່ໄດ້ເຂົ້າຮ່ວມເຫດການໂດຍສະຖານທູດການາດາ ປະຈຳອາເມລິກາ ເປັນປະທານ ເພື່ອເຊີດຊູບັນດາສະມາຊິກລັດຖະສະພາຍິງທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດອາເມລິກາ ຊຸດທີ 115.
ສານຕົ້ນຕໍ່ໃນການຢ້ຽມຢາມອາເມລິກາ ຄັ້ງນີ້ຂອງທ່ານນາງ Ferrland ແມ່ນເນັ້ນໜັກເຖິງການພົວພັນລະຫວ່າງ 2 ປະເທດ ແລະ ຄວາມສະໜິດຕິດພັນລະຫວ່າງ 2 ພື້ນຖານເສດຖະກິດເພື່ອການພັດທະນາຂອງຊົນຊັ້ນກາງ.