ລັດຖະມົນຕີການຕ່າງປະເທດຊີຣີ ແລະ ອີຣານ
(ພາບ:m.vietnamnet.vn)
( vovworld ) – ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມພາຍຫຼັງການເຈລະຈາຢູ່ນະຄອນຫຼວງ Teheran, ທ່ານ Walid Al Moualem ລັດຖະມົນຕີການຕ່າງປະເທດຊີຣີ ຊື່ງພວມຢູ່ຢ້ຽມຢາມອີຣານ ແລະ ທ່ານ Ali Akbar Salehi ລັດຖະມົນຕີການຕ່າງປະເທດອີຣານ ລ້ວນແຕ່ຖືວ່າ: ແນວຄວາມຄິດກ່ຽວກັບ “ໄລຍະຂ້າມຜ່ານມອບໂອນສິດອຳນາດໄດ້ຮັບການຄວບຄຸມຢູ່ຊີຣີ“ ພຽງແຕ່ແມ່ນຄວາມນຶກຄິດທີ່ລະເມີເຝີ້ຝັນເທົ່ານັ້ນ. ລັດຖະມົນຕີການຕ່າງປະເທດຊີຣີ Walid Al Moualem ໄປຍັງອີຣານ ເມື່ອວັນທີ 29/7 ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ອີຣານ ກ່ຽວກັບບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ Walid Al Moualem ຈະພົບປະກັບຜູ້ນຳສະພາຄວາມໝັ້ນແຫ່ງຊາດສູງສຸດອີຣານ Saeed Jaliii ແລະ ທ່ານປະທານສະພາແຫ່ງຊາດ Ali Larijani.