(ພາບ:ອິນເຕີແນັດ)
(vovworld)- ວັນທີ 24/3, ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດກາຕາ Sheikh Hamad Bin Jasen Jahbor Al Thani, ທ່ານລັດຖະມົນຕີການຕ່າງປະເທດຟ້າມບິງມິງ ໄດ້ໄປຢ້ຽມຢາມກາຕາ ຢ່າງເປັນທາງການ. ທ່ານລັດຖະມົນຕີການຕ່າງປະເທດຟ້າມບິງມິງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ທັງເປັນທ່ານລັດຖະມົນຕີການຕ່າງປະເທດກາຕາ Sheikh Hamad Bin Jasen Jahbor Al Thani, ເຂົ້າຢ້ຽມຂ່ຳນັບ ລາຊະກຸ່ມມານ Tamim Bin Hamad Al Thani ແລະ ບັນດາເຈົ້າໜ້າທີ່ຂັ້ນສູງຂອງກາຕາ.
ທີ່ການພົບປະເຈລະຈາ ແລະ ການພົບປະຄັ້ງຕ່າງໆ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດກ່ວາອີກ ແລະ ເຫັນດີຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນ; ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊື່ງກັນ ແລະ ກັນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ…