ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ຄັດຄ້ານອີຢູ ຮັບຮອງເອົາຄຳສັ່ງ ຂວ້ຳບາດອີຣານ

ວັນ​ທີ 23/1, ປະຕິກິ​ລິ​ຍາ​ໂຕ້​ຕອບຕໍ່ໜ້າ​ເລື່ອງ​ສະຫະພາບ​ເອີ​ລົບ ຫລື ອີ​ຢູຮັບຮອງ​ເອົາ​ຄຳ​ສັ່ງ​ຂວ້ຳບາດນ້ຳມັນ​ບໍ່​ສຳລັບ​ອີຣານ, ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ​ຖື​ວ່າ ບັນດາ​ຄຳ​ສັ່ງ​ລົງ​ໂທດ​ພຽງ​ລຳພັງ​ຝ່າຍ​ດຽວ​ຈະ​ບໍ່​ຊ່ວຍ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ເຕ​ເຮຣານ​ໄດ້. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ຢັ້ງຢືນ​ວ່າ ລັດ​ເຊຍ​ຈະ​ສືບ​ຕໍ່ປົກ​ປ້ອງ​ອີຣານ ຕໍ່ໜ້າ​ບັນດາມາດ​ຕະການ​ລົງ​ໂທດ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນີວ​ເຄຼຍຂອງ​ປະ​ເທດ​ນີ້. ​ໃນ​ວັນ​ດຽວ​ກັນ, ອາ​ເມ​ລິ​ກາ​ກໍ​ໄດ້​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ທະນາຄານ Tejarat ຊື່​ງ​ແມ່ນ​ທະນາຄານ​ໃຫ່ຍອັນ​ດັບ​ທີ 3 ຂອງ​ອີຣານ.
ຂ່າວ/ບົດ​ອື່ນ