ລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີຢ້ຽມຢາມລັດເຊຍແລະປຶກສາຫາລືກ່ຽວກັບສະພາບການຢູ່ແຫຼມເກົາຫຼີ

(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປະເທດ Ri Yong Ho ຈະມີການພົບປະກັບຄູ່ຮ່ວມຕຳແໜ່ງຂອງລັດເຊຍ Sergey Lavrov ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ແຫຼມເກົາຫຼີ
ລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີຢ້ຽມຢາມລັດເຊຍແລະປຶກສາຫາລືກ່ຽວກັບສະພາບການຢູ່ແຫຼມເກົາຫຼີ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ Ri Yong Ho  (ພາບ: Japantimes)

ວັນທີ 4  ເມສາ, ທ່ານນາງໂຄສົກກະຊວງການຕ່າງປະເທດລັດເຊຍ Maria Zakharova ໄດ້ປະກາດວ່າ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ Ri Yong Ho ຈະມາຢ້ຽມຢາມ ມົດສະກູໃນລະຫວ່າງວັນທີ 09 – 11 ເມສາ.

ໃນນັ້ນ, ໃນວັນທີ 10 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Ri Yong Ho ຈະມີການພົບປະກັບຄູ່ຮ່ວມຕຳແໜ່ງຂອງລັດເຊຍ Sergey Lavrov ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ແຫຼມເກົາຫຼີກ່ອນການດຳເນີນບັນດາການພົບປະຂັ້ນສຸດຍອດລະຫວ່າງສອງພາກເກົາຫຼີ ແລະ ອາເມລິກາ - ສປປ.ເກົາຫຼີ; ການພົວພັນສອງຝ່າຍກໍຄືບັນດາບັນຫາສຳຄັນຂອງພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ