ລັດຖະມົນຕີການຕ່າງປະເທດຫວຽດນາມ ໄປຢ້ຽມຢາມ ຈີນ
ນັກຂ່າວ VOV ປະຈຳຈີນ -  
ທ່ານລັດຖະມົນຕີການຕ່າງປະເທດ ສປ ຈີນ ຢາງເຈຍຊື້(ເບື້ອງຂວາ) ຕ້ອນຮັບທ່ານລັດຖະມົນຕີ ຟ້າມບິນມິນ
(ພາບ: phambinhminh.net)
(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະມົນຕີການຕ່າງປະເທດ ສປ ຈີນ ຢາງເຈຍຊື້, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ໄດ້ມີການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການແຕ່ວັນທີ 12 ຫາ 15/2. ຕອນບ່າຍວັນທີ 12/2, ຢູ່ປັກກິ່ງ ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ໄດ້ມີການເຈລະຈາກັບທ່ານ ລັດຖະມົນຕີ ຢາງເຈຍຊື້. 2 ຝ່າຍໄດ້ທົບທວນຄືນສະພາບການທຸກດ້ານຂອງການພົວພັນ 2 ປະເທດໃນໄລຍະຜ່ານມາ ແລະ ບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ກໍຄືບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຫວຽດນາມ - ຈີນ ໃນໄລຍະທີ່ຈະມາເຖິງ. 2 ຝ່າຍຖືວ່າ: ການພົວພັນລະຫວ່າງ 2 ພັກ, 2 ລັດ ຫວຽດນາມ -ຈີນ ສືບຕໍ່ພັດທະນາຢ່າງແຂງແຮງ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ແມ່ນເໝາະສົມກັບຜົນປະໂຫຍດລວມທີ່ເປັນພື້ນຖານຂອງປະຊາຊົນ 2 ປະເທດ. 2 ຝ່າຍເຫັນດີເປັນເອກະສັນວ່າ ລັດຖະມົນຕີການຕ່າງປະເທດ 2 ປະເທດຄວນສືບຕໍ່ເພີ່ມທະວີການ ສົມ ທົບກັນ, ເພີ່ມທະວີການແລກປ່ຽນ ແລະ ພົບປະແລກປ່ຽນຂັ້ນສູງ, ຊຸກຍູ້ການພົບປະແລກປ່ຽນມິດຕະພາບ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດ. ກ່ຽວກັບບັນຫາເຂດຊາຍແດນ, 2 ຝ່າຍກໍ່ຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງແລກປ່ຽນຢ່າງຕັ້ງໜ້າເພື່ອລົງນາມໃນສັນຍາກ່ຽວກັບການຮ່ວມມືຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວເຂດນ້ຳຕົກຕາດບ້ານຢົກ ແລະ ສັນຍາກ່ຽວກັບກົດລະປຽບກ່ຳປັນໄປ - ມາຢ່າງເສລີຢູ່ປາກແມ່ນ້ຳ ປັກລັວນ ໂດຍໄວ, ເພີ່ມທະວີການຮ່ວມມືໃນການນຳໃຊ້ບັນດາແຫຼ່ງນ້ຳຫ້ວຍຢູ່ເຂດຊາຍແດນລະຫວ່າງ 2 ປະເທດແບບຍືນຍົງ. ກ່ຽວກັບບັນຫາບົນທະເລ, 2 ຝ່າຍຢືນຢັນຈະແກ້ໄຂທຸກຄວາມບໍ່ລົງລອຍກັນຜ່ານການເຈລະຈາໂດຍສັນຕິ, ມິດຕະພາບ, ພ້ອມກັນເຄົາລົບນັບຖື ແລະ ເອົາໃຈໃສ່ເຖິງຜົນປະໂຫຍດອັນຊອບທຳຂອງກັນ, ໂດຍອີ່ງໃສ່ບັນດາຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ປະເທດ ແລະ ຂໍ້ຕົກລົງບັນດາຫຼັກການທີ່ເປັນພື້ນຖານໃນການຊີ້ນຳແກ້ໄຂບັນຫາບົນທະເລ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ແລະ ຈິດໃຈຖະແຫຼງການກ່ຽວກັບການປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (ຫຼື DOC), ມຸ້ງໄປເຖິງການສ້າງຂໍ້ກຳນົດກ່ຽວກັບການປະພຶດຕໍ່ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (ຫຼື COC).
ນັກຂ່າວ VOV ປະຈຳຈີນ