ລັດຖະມົນຕີການຕ່າງປະເທດອີຢູເຫັນດີເປັນເອກະສັນເປີດກ້ວາງການລົງໂທດແນໃສ່ລັດເຊຍ

ລັດຖະມົນຕີການຕ່າງປະເທດອີຢູເຫັນດີເປັນເອກະສັນເປີດກ້ວາງການລົງໂທດແນໃສ່ລັດເຊຍ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດສະ​ມາ​ຊິກ ສະ​ຫະ​ພາບ ເອີ​ລົບ
(ພາບ: AP)

(vovworld) - ວັນ​ທີ 29/1, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ ບັນ​ດາ​ປະ​ເທດສະ​ມາ​ຊິກ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ໄດ້​ເຫັນ​ດີ​ເພີ່ມ​ເຕີມ​ລາຍ​ຊື່​ໃໝ່ ເຂົ້າ​ບັນ​ຊ​ີ​ລາຍ​ຊື່​ລົງ​ໂທ​ດ​ທີ່​ກ່ຽວ​ຂ້ອງ​ເຖິງ​ບົດ​ບາດ​ຂອງ​ລັດ​ເຊຍ ໃນ​ວິ​ກິດ​ການ​ຢູ່ ຢູ​ແກຼນ. ການ​ກະ​ທຳ​ນີ້​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອີ​ຢູ ແລະ ລັດ​ເຊຍ ປິນ​ຂັ້ນ​ໄດ, ທີ່​ເຄີຍ​​ຮ້າຍ​ແຮງ​ກ່​ວາ​ພາຍຫຼັງ​ວິ​ກິດ​ການ​ຢູ່ ຢູ​ແກຼນ ເກີ​ດ​ຂຶ້ນ. ເມື່ອ​ອະ​ທິ​ບາຍ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດ່​ັງ​ກ່າວ, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍບ​າຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ອີ​ຢູ Federica Mogherini ຖື​ວ່າ: ສະ​ພາບ​ການ​ຢູ່​ພາກ​ຕາ​ເວ​ັນ​ອອກ ຢູ​ແກຼນ ພວມ​ຜັນ​ແປ​ໄປ​ຢ່າງ​ຮ້າຍ​ແຮງ​ກ່​ວາ​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້ ອີ​ຢູ ເພີ່ມ​ທະ​ວີ​ຄວາມ​ດັນ​ສຳ​ລັບ ລັດ​ເຊຍ.


ຂ່າວ/ບົດ​ອື່ນ