ລັດຖະມົນຕີການຕ່າງປະເທດ ລັດເຊຍ, ອາເມລິກາ ເຈລະຈາຢູ່ນອກບັນດາກອງປະຊຸມ ອາຊຽນ
(VOVWORLD) - ວັນທີ 06 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖືວ່າ: ອາເມລິກາ ພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາກັບ ລັດເຊຍ ຄືນໃໝ່ ກ່ຽວກັບບັນດາບັນຫາທີ່ສັບສົນ ໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງລະຫວ່າງ 2 ປະເທດ.
ລັດຖະມົນຕີການຕ່າງປະເທດ ລັດເຊຍ, ອາເມລິກາ ເຈລະຈາຢູ່ນອກບັນດາກອງປະຊຸມ ອາຊຽນ (ພາບອິນເຕີແນັດ) |
|
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ຍົກອອກຄຳເຫັນດັ່ງກ່າວ ພາຍຫລັງການພົບປະກັບຄູ່ຕຳແໜ່ງ ອາເມລິກາ Rex Tillerson ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພວມດຳເນີນໄປຢູ່ນະຄອນຫລວງ ມານີລາ ຂອງ ຟີລິບປີນ. ຕາມທ່ານ Sergei Lavrov ແລ້ວ ບັນຫາທຳອິດ ຊຶ່ງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ສົນໃຈທີ່ການເຈລະຈາຄັ້ງນີ້ ແມ່ນເລື່ອງ ລັດເຊຍ ໂຕ້ຕອບບັນດາມາດຕະການລົງໂທດໃໝ່ຂອງ ອາເມລິກາ.
ພາຍຫລັງການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ 2 ທ່ານ, ກະຊວງການຕ່າງປະເທດ ລັດເຊຍ ອອກແຈ້ງການ ໂດຍຢືນຢັນວ່າ ລັດເຊຍ ພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບ ອາເມລິກາ ເປັນປົກກະຕິ, ແຕ່ຈະໂຕ້ຕອບບັນດາການກະທຳເປັນປໍລະປັກຂອງ ອາເມລິກາ. ກະຊວງການຕ່າງປະເທດ ລັດເຊຍ ຊີ້ແຈ້ງວ່າ ລັດເຊຍ ພ້ອມແລ້ວທີ່ຈະສ້າງການພົວພັນກັບ ອາເມລິກາ ເປັນປົກກະຕິ ຖ້າຫາກ ອາເມລິກາ ປະລະແນວທາງສູ້ຢັນຕໍ່ກັນ