(vovworld) - ວັນທີ 03/04, ຢູ່ສຳນັກງານກະຊວງປ້ອງກັນຊາດ, ທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ A.V Bortonicop, ຜູ້ອຳນວຍການອົງການປ້ອງກັນຄວາມສະຫງົບສະຫະພັນລັດເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 02 – 04/04. ທ່ານລັດຖະມົນຕີ ຟຸ່ງກວາງແທງ ໄດ້ຕີລາຄາສູງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະ, ເຊື່ອໝັ້ນວ່າ ການຢ້ຽມຢາມ ຈະເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງລັດຖະບານ, ປະຊາຊົນ 2 ປະເທດ, ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ອົງການປ້ອງກັນຄວາມສະຫງົບສະຫະພັນລັດເຊຍ. ທີ່ການຕ້ອນຮັບ, 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມື, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ຢູ່ໃນໂລກ.