ລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ຕ້ອນຮັບຮອງລັດຖະມົນຕີ ບັນດາກຳລັງປະກອບອາວຸດກຸຍບາ

ລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ຕ້ອນຮັບຮອງລັດຖະມົນຕີ ບັນດາກຳລັງປະກອບອາວຸດກຸຍບາ - ảnh 1
ທ່ານ​ພົນ​ເອກ Phung Quang Thanh ຕ້ອນຮັບ
ພົນ​ໂທ Joaquin Quintas Sola
(ພາບ: .baomoi.com)

(vovworld) -     ທີ່​ການ​ຕ້ອນຮັບທ່ານຮອງ​ລັດຖະມົນຕີ​ກະຊວງ​ບັນດາ​ກຳລັງ​ປະກອບ​ອາວຸດ​ປະຕິວັດກຸຍ​ບາ ພົນ​ໂທ Joaquin Quintas Sola, ​ເມື່ອ​ຕອນ​ບ່າຍ​ວັນ​ທີ 19/9, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ Phung Quang Thanh, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ເນັ້ນ​ໜັກ​​ເຖິງນະ​ໂຍບາຍ​ປ້ອງ​ກັນຊາດ​ແຫ່ງ​ສັນຕິພາບ, ປົກ​ປ້ອງ​ຕົນ​ເອງ​ຂອງ​ຫວຽດນາມ ​ແລະ ຢືນຢັນ​ວ່າ ຫວຽດນາມ ບໍ່​ເຂົ້າ​ຮ່ວມ​ບັນດາ​ອົງການ​ສຳພັນ​ທະ​ມິດ​ການ​ທະຫານ, ບໍ່​ໃຫ້​ຕ່າງປະ​ເທດ​ຕັ້ງ​ຖານ​ທີ່​ໝັ້ນ​ການ​ທະຫານ ​ຫຼື້ ນຳ​ໃຊ້​​ເຂດ​ດິນ​ແດນ​ຂອງ​ຫວຽດນາມ ​ເພື່ອ​ຕ້ານ​ປະ​ເທດ​ອື່ນ. ພົນ​ໂທ Joaquin Quintas Sola ​ໄດ້​ແຈ້ງ​ໃຊ້​ຊາບ​ໝາກຜົນ​ການ​ເຈລະຈາ​ກັບ​ທ່ານ​ຮອງລັດຖະມົນຕີກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ​ພົນ​ໂທ Nguyen Chi Vinh ກ່ຽວ​ກັບ​ສະພາບ​ການ​ໃນ​ພາ​ກພື້ນ ​ແລະ ​ໃນ​ໂລກ; ​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​​ແນ​ໃສ່ຊຸກຍູ້​ສາຍ​ພົວພັນມິດຕະພາບ, ການ​ຮ່ວມ​ມື​ປ້ອງ​ກັນຊາ​ດສອງ​ຝ່າຍ​ຫວຽດນາມ - ກຸຍ​ບາ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​​ໂລກ.

ຂ່າວ/ບົດ​ອື່ນ