ລັດຖະມົນຕີວ່າການກະຊວງກະສິກຳແລະພັດທະນາຊົນນະບົດເຮັດວຽກຢູ່ແຂວງຊອກຈັງ
ລັດຖະມົນຕີວ່າການກະຊວງກະສິກຳ
ແລະພັດທະນາຊົນນະບົດເຮັດວຽກຢູ່ແຂວງຊອກຈັງ
(ພາບ: thst.vn)
(vovworld) - ວັນທີ 11/07, ທ່ານລັດຖະມົນຕີວ່າການກະຊວງກະສິກຳແລະພັດທະນາຊົນນະບົດ ກາວດຶກຟາດ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊອກຈັງ ກ່ຽວກັບສະພາບຜະລິດກະສິກຳໃນ 6 ເດືອນຕົ້ນປີ 2015 ແລະ ມາດຕະການແກ້ໄຂຕົ້ນຕໍ່ໃນ 6 ເດືອນທ້າຍປີ. ທ່ານລັດຖະມົນຕີ ກາວດຶກຟາດ ໄດ້ຕີລາຄາສະພາບຜະລິດກະສິກຳຂອງແຂວງໃນ 6 ເດືອນຕົ້ນປີ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ແຕ່ມາຮອດປະຈຸບັນໄດ້ຮັບການປັບປຸງແລ້ວ. ທ່ານລັດຖະມົນຕີ ໄດ້ເຫັນດີເປັນຢ່າງສູງກ່ຽວກັບເລື່ອງ, ແຂວງສືບຕໍ່ຍົກສູງຄຸນນະພາບ, ພັດທະນາແນວພັນເຂົ້າ, ມີຄຸນນະພາບສູງ ເພື່ອຊ່ວຍໃຫ້ປະຊາຊົນມີກຳໄລສູງ. ແລະກໍໃນວັນທີ 11/07, ທ່ານລັດຖະມົນຕີ ກາວດຶກຟາດ ໄດ້ໄປສຳຫຼວດບາງວິສາຫະກິດທີ່ມີຮູບແບບລ້ຽງກຸ້ງຮັບປປະກັນສຸຂະອະນາໄມແຂວງຊອກຈັງ.