ເພີ່ມລາຄາໄຟຟ້າ, ຄຸນນະພາບນ້ຳມັນແລະ ການຄຸ້ມຄອງນ້ຳມັນ ແມ່ນບັນຫາທີ່ຫລາຍຄົນສົນໃຈ ແລະ ຕັ້ງຄຳຖາມໃຫ້ແກ່ທ່ານ ຫວູຮູຍຮ່ວາງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ເມື່ອທ່ານເຂົ້າຮ່ວມການໂອ້ລົມສົນທະນາໂດຍກົງທາງອິນເຕີແນດ ກັບປະຊາຊົນ ຜ່ານປະຕູຖານຂໍ້ມູນລັດຖະບານໃນຕອນບ່າຍວັນທີ 6/1. ເມື່ອຕອບແກ້ບັນດາບັນຫາດັ່ງກ່າວ, ທ່ານ ລັດຖະມົນຕີ ຫວູຮູຍຮ່ວາງໃຫ້ຮູ້ວ່າ: ປີ 2011, ລັດຖະບານໄດ້ເຫັນດີກ່ຽວກັບແຜນນະໂຍບາຍ ຂະແຫນງໄຟຟ້າໄດ້ຮັບການດັດປັບລາຄາ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ.
“ເລື່ອງດັດປັບລາຄາໄຟຟ້າ ແນ່ນອນວ່າຈະສົ່ງຜົນສະທ້ອນເຖິງໄພເງິນເຟີ້, ຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນ, ສະນັ້ນ ຂະແຫນງໄຟຟ້າໄດ້ຂໍຄຳເຫັນຈາກກະຊວງ, ຈາກລັດຖະບານແລ້ວ. ຂະແຫນງໄຟຟ້າໄດ້ປະຕິບັດການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີຢ່າງເຂັ້ມງວດ ພ້ອມທັງມີຄວາມຮັບຜິດຊອບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.“