ລັດເຊຍຄັດຄ້ານການໃຊ້ ກຳລັງອາວຸດຕໍ່ຊີຣີ
ໃນສະພາບທີ່ຝ່າຍຕາເວັນຕົກພວມເພີ່ມຄວາມກົດດັນຢ່າງລຽນຕິດ ຕໍ່ກັບລັດຖະບານ Xyri, ລັດເຊຍ ໄດ້ຖະແຫຼງວ່າຈະກີດຂວາງທຸກໆມະຕິໃໝ່ຂອງສະພາຄວາມໝັ້ນຄົງ ສປຊ ທີ່ອະນຸຍາດໃຫ້ແຊກແຊງດ້ວຍກຳລັງອາວຸດເຂົ້າ Xyri. ກ່າວຄຳເຫັນຢູ່ ມົດສກູ ເມືອຕອນບ່າຍວັນທີ 13 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Ghennady Gatilov ໄດ້ຢືນຢັນວ່າ ໃນຖານະແມ່ນກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ, ລັດເຊຍຈະໃຊ້ສິດຢັບຢັ້ງເພື່ອບໍ່ອະນຸຍາດໃຫ້ຮັບຮອງເອົາບໍ່ວ່າມະຕິໃດໆເພື່ອແນໃສ່ແຊກແຊງດ້ວຍກຳລັງອາວຸດໂດຍກົງ ຫຼື ທາງອ້ອມເຂົ້າ Xyri. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ກໍ່ຕຳນິຕິຕຽນບັນດາມາດຕະການລົງໂທດ Xyri, ພ້ອມກັນນັ້ນກໍ່ຖືວ່າການແຊກແຊງຂອງຝ່າຍຕາເວັນຕົກເຂົ້າບັນຫາ Xyri ແມ່ນຂາດຄຸນສົບບັດ.