(ພາບປະກອບ) |
(vovworld)- ທ່ານປະທານຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດລັດເຊຍ Alexei Pushkov ໄດ້ຖະແຫຼງເມື່ອວັນທີ 23/1 ວ່າ ລັດເຊຍຢຸດການເຂົ້າຮ່ວມສະມັດຊາລັດຖະສະພາເອີລົບນັບແຕ່ນີ້ຈົນຮອດໝົດປີ 2015 ຖ້າຫາກຄຳສັ່ງລົງໂທດລັດເຊຍສືບຕໍ່ແກ່ຍາວ. ໃນຂະນະນັ້ນ, ປະທານສະພາດູມາແຫ່ງຊາດລັດເຊຍ ທ່ານ Sergei Naryskin ໄດ້ຍອມຮັບວ່າ ປະເທດນີ້ບໍ່ເວັ້ນເສຍກໍລະນີຢຸດຕິບົດບາດສະມາຊິກໃນສະມັດຊາລັດຖະສະພາເອີລົບ ຖ້າວ່າໃນປີນີ້, ທາງສະມັດຊາບໍ່ຟື້ນຟູບັນດາສິດອັນຖືກຕ້ອງຂອງລັດເຊຍ.