(vovworld) - ວັນທີ 28/9, ລັດເຊຍ ໄດ້ກ່າວຫາຝ່າຍຕາເວັນຕົກ ກີດຂວາງການກະທຳຂອງສະຫະປະຊາຊາດສຳລັບຊີຣີ. ກ່າວຄຳເຫັນທີ່ສະມັດຊາໃຫຍ່ສະຫະປະຊາຊາດຢູ່ນິວຢອກ, ປະເທດອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ຢືນຢັນວ່າ ເລື່ອງຝ່າຍຕາເວັນຕົກ ບໍ່ປະຕິບັດສັນຍາ Geneva ກ່ຽວກັບຊີຣີ ໄດ້ພາໄປເຖິງເລື່ອງກິດຂວາງບາງມາດຕະການແກ້ໄຂໃຫ້ວິກິດການທີ່ແກ່ຍາວເປັນເວລາ 18 ເດືອນຜ່ານມາຢູ່ປະເທດນີ້. ຕາມທ່ານ Sergei Lavrov ແລ້ວ, ລັດເຊຍ ໄດ້ຮຽກຮ້ອງປະຊາຄົມໂລກບັງຄັບໃຫ້ລັດຖະບານຊີຣີ ແລະ ຝ່າຍຄ້ານ ຢຸດຕິສະພາບໃຊ້ຄວາມຮຸນແຮງ ແລະ ຈັດການເຈລະຈານຳກັນ. ກົງກັນຄ້ານ, ອາເມລິກາ ແລະ ບັນດາຝ່າຍຕາເວັນຕົກ ສືບຕໍ່ຮັດແໜ້ນມາດຕະການລົງໂທດຕ່າງໆ, ພ້ອມທັງສົ່ງເສີມຝ່າຍຄ້ານຕໍ່ສູ້ເພື່ອໂຄ່ນລົ້ມຄະນະຊີ້ນຳຊີຣີ ແລະ ສິ່ງນີ້ຍິ່ງເຮັດໃຫ້ວິກິດການໃຊ້ຄວາມຮຸນແຮງຢູ່ປະເທດນີ້ ນັບມືນັບຕົກເຂົ້າສູ່ສະພາບບໍ່ມີທາງອອກ.