ລັດເຊຍ ກ່າວເຕືອນຈະໂຕ້ຕອບເລື່ອງ ອີຢູ ຕໍ່ກຳນົດເວລາລົງໂທດ

(VOVWORLD) - ວັນທີ 28 ມິຖຸນາ, ວັງ Kremlin ປະກາດວ່າ ລັດເຊຍ ຮັກສາສິດໝູນໃຊ້ບັນດາການກະທຳໂຕ້ຕອບທີ່ເລັ່ງໃສ່ສະຫະພາບ ເອີຣົບ (ອີຢູ) ພາຍຫລັງກຸ່ມນີ້ 
ລັດເຊຍ ກ່າວເຕືອນຈະໂຕ້ຕອບເລື່ອງ ອີຢູ ຕໍ່ກຳນົດເວລາລົງໂທດ - ảnh 1 (ພາບປະກອບ)

ຕັດສິນຕໍ່ກຳນົດເວລາບັນດາມາດຕະການລົງໂທດເສດຖະກິດສຳລັບ ມົກສະກູ. ທ່ານ Dmitry Peskov ເລຂາສື່ມວນຊົນຂອງປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ມົດສະກູ ເປັນໜ້າເສຍດາຍ ແລະ ສະແດງຄວາມຄັດຄ້ານຕໍ່ການກະທຳຂອງ ອີຢູ. ທ່ານ Peskov ໄດ້ເນັ້ນໜັກວ່າ ລັດເຊຍ ອາດຈະມີບັນດາການກະທຳໂຕ້ຕອບຕໍ່ເລື່ອງ ອີຢູ ຕໍ່ກຳນົດເວລາບັນດາມາດຕະການລົງໂທດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Alexei Meshkov ກໍ່ສະແດງຄວາມເສຍດາຍ ຕໍ່ເລື່ອງ ອີຢູ ຕໍ່ກຳນົດເວລາລົງໂທດ ລັດເຊຍ. ຕາມທ່ານ Meshkov ແລ້ວ, ບັນດາມາດຕະການນີ້ ບໍ່ອາດສາມາດຊ່ວຍແກ້ໄຂບັນດາໜ້າທີ່ທີ່ກ່ຽວຂ້ອງເຖິງປະເທດ ລັດເຊຍ ສຳລັບ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ