ລັດເຊຍ ຍິງສະກັດກັ້ນເຮືອບິນບໍ່ມີຄົນຂັບຫລາຍລຳຂອງພວກກະບົດຢູ່ ຊີຣີ

(VOVWORLD) - ຕອນເຊົ້າວັນທີ 12 ສິງຫາ, ໂທລະພາບແຫ່ງລັດ ຊີຣີ ໄດ້ໃຫ້ຂ່າວວ່າ ບັນດາລະບົບປ້ອງກັນອາກາດຢູ່ຖານທີ່ໝັ້ນກອງທັບອາກາດ Hmeimim ຂອງ ລັດເຊຍ ຢູ່ປະເທດຕາເວັນອອກກາງ ໄດ້ຍິງສະກັດກັ້ນການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ໂດຍບັນດາເປົ້າໝາຍກໍ່ການຮ້າຍກະບົດດຳເນີນການ.

        ກະຊວງປ້ອງກັນປະເທດ ລັດເຊຍ ກໍ່ຖະແຫຼງວ່າ ບັນດາກຳລັງປ້ອງກັນອາກາດຢູ່ຖານທີ່ໝັ້ນກອງທັບອາກາດ Hmeimim ໄດ້ພົບເຫັນ ແລະ ຍິງດັບສູນເຮືອບິນບໍ່ມີຄົນຂັບ 6 ລຳ ເຊິ່ງບຸກໂຈມຕີຖານທີ່ໝັ້ນແຫ່ງນີ້. ກະຊວງປ້ອງກັນປະເທດ ລັດເຊຍ ກໍ່ໃຫ້ຮູ້ວ່າ: ເຫດການດັ່ງກ່າວ ບໍ່ກໍ່ໃຫ້ເກີດບໍ່ວ່າການເສຍຊີວິດ ແລະ ຮັບບາດເຈັບ ຫຼື ເສຍຫາຍກ່ຽວກັບທາງດ້ານວັດຖຸໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ