ລັດເຊຍ ເສຍດາຍກ່ຽວກັບຂໍ້ຕົກລົງຕໍ່ກຳນົດເວລາລົງໂທດຂອງ ອີຢູ
(VOVWORLD) - ລັດເຊຍ ຖະແຫຼງວ່າ ມີຄວາມເສຍດາຍກ່ຽວກັບຂໍ້ຕົກລົງຂອງບັນດາການນຳສະຫະພາບ ເອີຣົບ (ອີຢູ) ຕໍ່ກຳນົດເວລາລົງໂທດເສດຖະກິດສຳລັບປະເທດນີ້.
ໂຄສົກວັງ Kremlin ທ່ານ Dmitry Peskov (ພາບ: AFP/TTXVN)
|
ໂຄສົກວັງ Kremlin ທ່ານ Dmitry Peskov ຢືນຢັນວ່າ: ລັດເຊຍ ຈະສືບຕໍ່ສ້າງການພົວພັນກັບ ອີຢູ ເຖິງຢ່າງໃດກໍ່ຕາມ ຄຳສັ່ງລົງໂທດຍັງຄົງດຳເນີນໄປ. ທ່ານ Peskov ເນັ້ນໜັກວ່າ: ຂ້າພະເຈົ້າເສຍດາຍທີ່ສຸດ ແລະ ຂໍ້ຕົກລົງແກ່ຍາວຄຳສັ່ງລົງໂທດດັ່ງກ່າວ ແມ່ນບໍ່ເໝາະສົມກັບຜົນປະໂຫຍດຂອງບັນດາປະເທດສະມາຊິກ ອີຢູ ແລະ ລັດເຊຍ.
ກ່ອນໜ້ານັ້ນ, ວັນທີ 14 ທັນວາ, ບັນດາການນຳ ອີຢູ ໄດ້ເຫັນດີເປັນເອກະພາບຕໍ່ກຳນົດເວລາ ບັນດາມາດຕະການລົງໂທດເສດຖະກິດ ລັດເຊຍ ຕື່ມອີກ 6 ເດືອນ, ຄາດຄະເນວ່າ ຈະໝົດອາຍຸໃນວັນທີ 31 ມັງກອນ 2018.