ລາຄານ້ຳມັນໂລກສືບຕໍ່ໃນທ່າຫລຸດລົງ

ລາຄານ້ຳມັນໂລກສືບຕໍ່ໃນທ່າຫລຸດລົງ - ảnh 1
ພາບ​ປະ​ກອບ:

 (vovworld)- ​ ຕາມ​ແຈ້ງ​ການ​ຂອງ​ຍີ່​ປຸ່ນ​ຊື່ງ​ແມ່ນພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ 3 ຂອງ​ໂລກກ່ຽວ​ກັບ​ການ​ເຕີບ​ໂຕທາງ​ລົບ​ໃນ​ໄຕ​ມາດ​ທີ 2 ປີ 2015 ບວກ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ຊັກ​ຊ້າ​ຂອງ​ຈີນ ຊື່ງ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ 2 ຂອງ​ໂລກ ນັ້ນ​ແມ່ນ​ສາຍ​ເຫດ​ຕົ້ນ​ຕໍ​ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​ຢູ່​ຕະ​ຫລາດ ອາ​ເມ​ລິ​ກາ ແລະ ໂລກ ໃນ​ວັນ​ທີ 17/8 ສືບ​ຕໍ່​ໃນ​ທ່າຫລຸດ​ລົງ. ລະ​ອຽດ ໃນ​ນັດ​ຕິດ​ຕໍ່​ຄ້​າ​ຂາຍ​ສຸດ​ທ້າຍ​ຂອງວັນ​ທີ 17/8 ລາ​ຄາ​ນຳ​້​ມັນ​ດິບ​ຂອງ​ ອາ​ເມ​ລິ​ກາ ຫລຸດ​ລົງ 0,63 USD ລົງ​ເຫລືອ​ພຽງ 41,87 USD/ຖັງ. ນີ້​ແມ່ນ​ລາ​ຄາ​ຕ່ຳ​ສຸດ​ຂອງ​ນ້ຳ​ມັນ​ດິບ ຂອງ​ອາ​ເມ​ລິ​ກາ ນັບ​ແຕ​່​ເດືອນ 3/2009. ສ່ວນ​ຢູ່ ຕະ​ຫລາດ​ ລອນດອນ ປະ​ເທດ​ອັງ​ກິດ, ນ້ຳ​ມັນ​ດິບ ກໍ​ຫລຸດ​ລົງຍັງ​ເຫລືອ​ພຽງ 48,74 USD/ ຖັງ.

 

ຂ່າວ/ບົດ​ອື່ນ