(vovworld) – ຕອນຄຳ່ວັນທີ 1/8, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການ “ເສີມຂະຫຍາຍມູນເຊື້ອ 3 ກຽມພ້ອມ” ສະເຫຼີມສະຫຼອງ 5 ປີແຫ່ງວັນນະຄອນຫຼວງ ຮ່າໂນ້ຍເປີດກ້ວາງເຂດບໍລິຫານ (1/8/2008 – 1/8/2013) ແລະ ປຸກລະດົມປີແຂ່ງຂັນມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງຂະບວນການ “3 ກຽມພ້ອມ” (9/8/1964 – 9/8/2014). ກ່າວຄຳເຫັນທີ່ລາຍການ, ເລຂາຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ທ່ານນາງ ຫງວຽນທິຫງ່າ ໄດ້ທົບທວນຄືນມູນເຊື້ອສະຫງ່າລາສີຂອງຂະບວນການ 3 ກຽມພ້ອມ, ພ້ອມທັງຢືນຢັນວ່າດ້ວຍນ້ຳໃຈຮັບຜິດຊອບສູງ, ຄວາມສຸດຈິດສຸດໃຈຂອງໄວໜຸ່ມ ນະຄອນຫຼວງ, ຊາວໜຸ່ມນະຄອນຫຼວງສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງນະຄອນສຳເລັດຜົນ, ຮ່ວມແຮງຮ່ວມໃຈເພື່ອຊີວິດຂອງວົງຄະນະຍາດ. ທ່ານນາງ ຫງວຽນທິຫງ່າ ເວົ້າວ່າ:
“ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມນະຄອນຈະສຸມໃສ່, ເອົາໃຈໃສ່ເຖິງ 2 ຂອດບຸກທະລຸໃນວັດທະນະທຳການປະພຶດ, ສະຕິປະຕິບັດກົດໝາຍຂອງຊາວໜຸ່ມນະຄອນ ແລະ ການດຳເນີນຊີວິດຂອງໜ່ວຍຊາວໜຸ່ມ. ຜ່ານນັ້ນ, ສ້າງລຸ່ນໜຸ່ມນະຄອນດ້ວຍ 5 ມາດຖານຄື: ຄຸນນະທາດໝັ້ນຄົງ, ສະພາບສີວິໄລ, ມີພຸມປັນຍາຮູ້ອຸດົມສົມບຸນ, ມີສຸຂະພາບເຂັມແຂງ, ມີຄວາມຊຳນານ, ສ້າງສານະຄອນຫຼວງ ແລະ ປະເທດໃຫ້ຮັ່ງມີສວຍງາມ, ສີວິໄລ, ປະກອບສ່ວນສຳຄັນເຂົ້າຂະບວນການລວມຂອງຊາວໜຸ່ມທົ່ວປະເທດ”