ລາຍການບໍລິຈາກເລືອດທົ່ວປະເທດຄາດວ່າຈະຮັບເລືອດປະມານ 45.000ຖົງ

(VOVWORLD) - ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ ຮ່າໂນ້ຍ, ສະຖາບັນໂລຫິດວິທະຍາສົ່ງເລືອດສູນກາງໄດ້ຈັດການປະຊຸມຂ່າວກ່ຽວກັບກັບລາຍການບໍລິຈາກເລືອດໃນທົ່ວປະເທດຄັ້ງທີ 5.

ລາຍການບໍລິຈາກເລືອດທົ່ວປະເທດຄາດວ່າຈະຮັບເລືອດປະມານ 45.000ຖົງ - ảnh 1 ການປະຊຸມຂ່າວກ່ຽວກັບກັບລາຍການບໍລິຈາກເລືອດ

(ພາບ: qdnd.vn)

ດ້ວຍສານທີ່ວ່າ “ເຊື່ອມຕໍ່ສາຍເລືອດຫວຽດນາມ“, ລາຍການນີ້ຖືກຈັດຕັ້ງແຕ່ວັນທີ 1 ກໍລະກົດ - 31 ກໍລະກົດ ຢູ່ 28 ແຂວງ, ນະຄອນ, ຄາດວ່າຈະຮັບເລືອດໄດ້ປະມານ 45.000 ຖົງ ເພື່ອຮັບໃຊ້ການກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ລາຍການນີ້ຖືກແບ່ງເປັນສອງຄະນະ: ຢູ່ພາກເໜືອ ແລະ ພາກໃຕ້, ຫຼັງຈາກນັ້ນຈະເຕົ້າໂຮມກັນຢູ່ນະຄອນຫຼວງ ຮ່າໂນ້ຍ ໃນວັນທີ 27 ກໍລະກົດ. ວັນທີ 10 ກໍລະກົດ, ລາຍການບໍລິຈາກເລືອດຢູ່ພາກເໜືອເລີ່ມຕົ້ນຢູ່ແຂວງ ຟູ໋ທໍ້ ພ້ອມກັບວັນບຸນບໍລິຈາກເລືອດຢູ່ເຂດດິນແຫ່ງບັນພະບຸລຸດ.

ຕອບກັບ

ຂ່າວ/ບົດ​ອື່ນ