ລາຍການພົວພັນແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ

ລາຍການພົວພັນແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ-ຈີນ
(ພາບ: tienphong.vn)

(vovworld) – ວັນ​ທີ 15/5, ຢ​ູ່​ນະ​ຄອນ ລາວ​ກາຍ, ໄດ້​ດຳ​ເນີນ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​​ຊາດ​ຢູ່​ເຂດ​ຊາຍ​ແດນ ຫ​ວຽດ​ນາມ - ຈີນ ຄັ້​ງ​ທີ 2 ໂດຍ​ກະ​ຊວງ​ປ້ອງ​ກັນ​​ປະ​ເທດ ຫວຽດ​ນາມ ແລະ ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ສ​ປ ຈີນ ຈັດ​ຕັ້ງ. ລາຍ​ການ​ດຳ​ເນີນ​ຮອດ​ວັນ​ທີ 18/5, ຢູ່​ນະ​ຄອນ ລາວ​ກາຍ, ແຂວງ ລາວ​ກາຍ (ປະ​ເທດ ຫວຽດ​ນາມ) ແລະ ແຂ​ວງ ຢ​ວຽນ​ໜານ (ປະ​ເທດ​ຈີນ). ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ປະ​ຊາ​ຊົນ ແລະ ກຳ​ລ​ັງ​ປ້ອງ​ກັນ​ຊາຍ​ແດນ 2 ປະ​ເທດ. ຜ່ານນັ້ນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ພົ​ວ​ພັນ 2 ຝ່າຍ, ກອງ​ທັບ 2 ປະ​ເທ​ດໃຫ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ, ປະ​ກອບ​ສ່ວ​ນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ ກ່ຽວ​ກັບ​ສັນ​ຕິ​ພາບ, ມິ​ດ​ຕະ​ພາບ, ສະ​ຖຽ​ນ​ລະ​ພາບ ແລະ ກ​ານ​ພັດ​ທະ​ນາ​ຍາວ​ນານ.

 


ຂ່າວ/ບົດ​ອື່ນ