ລາຍການຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ ປີ 2011

ຕອນ​ຄຳ່​ວັນ​ທີ 31/12 ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ສົມທົບ​ກັບ​​ໂທລະພາບ​ຫວຽດນາມ ຈັດ​ຕັ້ງ​ລາຍການຖ່າຍ​ທອດ​ສົດ​​ ຢູ່ 2 ນະຄອນ​ ຄື: ນະຄອນ ຮ່າ​ໂນ້ຍ ​ແລະ ນະຄອນ ໂຮ່ຈິ​ມີນພາຍ​ໃຕ້​ຫົວ​ເລື່ອ​ງວ່າ: ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກ​ຍາກ . ນີ້​ແມ່ນ​ເຫດການ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ​ໃນ​ໂອກາດ​ທ້າຍ​ປີ ​ເພື່ອ​ບໍລິຈາກ​ເງິນ​ສະຫນັບສະຫນູນ​ຜູ້​ທຸກ​ຍາກ ສະ​ແດງ​​ໃຫ້​ເຫັນ​ນ້ຳ​ໃຈ​ອຸ້ມຊຸຊ່ວຍ​ເຫລືອ​ຂອງ​ຊາດ​ຫວຽດນາມ. ກ່າວ​ຄ​ຳ​ເຫັນ​​ໃນ​ສະ​ຖານ​ທີ່ຢູ່​ນະຄອນ ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ​ໄດ້​ເນັ້ນ​ຫນັກ​ວ່າ:

        “ພວກ​​ເຮົາ​ຊົມ​ເຊີຍ ​ແລະ ຂອບ​ອົກ​ຂອບ​ໃຈ​ປະຊາຊົນ​ຫວຽດນາມ ຢູ່​ພາຍ​ໃນ ​ແລະ ຕ່າ​ງປະ​ເທດ, ບັນດາ​ຂັ້ນ ຂະ​ແຫນງ​ການ ​ແລ​ະ ພິ​ເສດ​ແມ່ນ​ບັນດາ​ນັກທຸລະກິດ, ວິ​ສາ​ຫະກິດ ​ໄດ້​ຕອບ​ສະຫນອງ “ວັນ​ເພື່ອ​ຄົນ​ທຸກ​ຍາກ“, ​ເພື່ອ​ພາລະກິດ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ສ້າງສາ​ອະນາຄົດ​ຂອງ​ປະ​ເທດ​ຊາດ.“

        ທີ່​ລາຍການ​ດັ່ງກ່າວ, ບັນດາ​ທ້ອງ​ຖິ່ນ, ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ, ສ່ວນ​ບຸກຄົນ ​ໄດ້​ຈົດ​ທະບຽນ​ບໍລິຈາກ​ເງິນ​ຂຶ້ນ​ເຖິງ 6.600 ຕຶ້ດົ່ງ ​ເພື່ອ​ສະຫນັບ​ສະ​ຫນູນ​ຜູ້​ທຸກ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ