ລາຍການ“ເຊື່ອມຕໍ່ຄວາມຮັກແພງດ້ວຍຄວາມເບີກບານມ່ວນຊື່ນໄປໂຮງຮຽນ”
ລາຍການ “ເຊື່ອມຕໍ່ຄວາມຮັກແພງ
ດ້ວຍຄວາມເບີກບານມ່ວນຊື່ນໄປໂຮງຮຽນ”
(ພາບ: truyenhinhnghean)
(vovworld) - ຕອນຄ່ຳວັນທີ 25/06, ຢູ່ນະຄອນວິງ, ແຂວງ ເຫ້ງອານ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເຫ້ງອານ ສົມທົບກັບກອງທຶນປົກປ້ອງເດັກຫວຽດນາມ, ບໍລິສັດໃຫຍ່ປະກັນໄພ ບ໋າວຫວຽດ ຈັດລາຍການ “ເຊື່ອມຕໍ່ຄວາມຮັກແພງດ້ວຍຄວາມເບີກບານມ່ວນຊື່ນໄປໂຮງຮຽນ”. ເຂົ້າຮ່ວມລາຍການມີທ່ານຮອງນາຍົກລັດຖະມົນຕີ ເວື້ອງດິ່ງເຫ້ວ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ, ແຂວງເຫ້ງອານ, ພ້ອມກັບເດັກກ່ຳພ້າ 265 ນ້ອງ, ເດັກນ້ອຍ, ຕາງໜ້າໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ 21.000 ນ້ອງຢູ່ແຂວງເຫ້ງອານ. ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບທຶນສຶກສາ 40 ພູດ, ແຕ່ລະພູດມີມູນຄ່າ 2 ລ້ານດົງ ແລະ ບໍລິສັດປະກັນໄພ ບາວຫວຽດ ໄດ້ມອບລົດຖີບ 20 ຄັນ… ໃຫ້ເດັກທຸກຍາກຢູ່ແຂວງ ເຫ້ງອານ ທີ່ບື່ນຕົວຂຶ້ນໃນການຮ່ຳຮຽນ.