ລາຍການເພີ່ມພະລັງ ໃນຍາມສອບເສັງທົ່ວປະເທດປີ 2013

ລາຍການເພີ່ມພະລັງ ໃນຍາມສອບເສັງທົ່ວປະເທດປີ 2013 - ảnh 1
ພາບປະກອບ

(vovworld) – ທີ່​ພິທີ​ສະຫຼຸບ​ລາຍການ​​ເພີ່ມ​ພະລັງໃນ​ຍາມ​ສອບ​ເສັງ​ທົ່ວ​ປະ​ເທດ​ປີ 2013, ​ໂດ​ຍສູນ​ກາງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ​ຈັດ​ຕັ້ງ​ໃນ​ວັນ​ທີ 20/7, ຢູ່​ນະຄອນ​ໂຮ່ຈີ​ມິນ​ນັ້ນ. ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ, ລາຍການ​ເພີ່ມ​ພະລັງ​ໃນ​ຍາມ​ສອບ​ເສັງ​​ປີ 2013 ​ໄດ້​ພັດທະນາ​ຢ່າງ​ແຮງ​ໃນ​ທົ່ວ​ປະ​ເທດ. ລາຍການ​ໄດ້​ໜູນ​ຊ່ວຍ​ໃຫ້​ນັກ​ສອບ​ເສັງ ​ແລະ ພໍ່​ແມ່​ນັກ​ສອບ​ເສັງ​ກວ່າ 820.000 ​ເທື່ອ​ຄົນ, ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ. ລາຍການ​ເພີ່ມ​ພະລັງ​ໃນ​ຍາມ​ສອບ​ເສັງ​​ປີ 2013 ສືບ​ຕໍ່​ຢັ້ງຢືນ​ວ່າ, ນີ້​ແມ່ນ​ລາຍການ​ອາສາ​ສະໝັກ​ທີ່​ມີ​ຄວາມ​ໝາຍ​ວັດທະນະທຳ ມະນຸດຢ່າງ​ເລິກ​ເຊິ່ງ. ອ້າຍ ​ເຢືອງຈ້ອງ​ຟຸກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງລາຍການ​ເພີ່ມ​ພະລັງ​ໃນ​ຍາມ​ສອບ​ເສັງ​​ປີ 2013 ຢູ່​ນະຄອນ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ

“ກ້າວ​ເຂົ້າ​ສູ່​ປີ​ທີ 17 ຂອງ​ລາຍການ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້ມີ​ການ​ກະກຽມ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ນີ້​ບັນລຸ​ປະສິດທິ​ຜົນ​ກວ່າ, ຮັບ​ໃຊ້​ນັກ​ສອບ​ເສັງ ​ແລະ ພໍ່​ແມ່​ເຂົາ​ເຈົ້າ​​ໃຫ້ດີກ​ວ່າ, ກໍ່​ຄື​ໜູນ​ຊ່ວຍ​ດ່ວນ​ໃຫ້​ຫຼາຍ​ກໍລະນີ​ອື່ນໆ. ບັນດາ​ນັກ​ອາສາ​ສະໝັກ ​ໄດ້​ເຂົ້າ​ຮ່ວມ​ລາຍການ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ດ້ວຍ​ທັກ​ສະ ​ແລະ ຄວາມ​ຮູ້​ຢ່າງ​ພຽງພໍ. ພວກ​ຂ້າພະ​ເຈົ້າ​ສາມາດ​ຢັ້ງຢືນ​ໄດ້​ວ່າ, ປີ​ນີ້​ທົ່ວ​ສັງຄົມ​ໄດ້ພ້ອມ​ກັນ​ເຂົ້າ​ຮ່ວມ ອັນ​ໄດ້​ສ້າງ​ປະສິດທິ​ຜົນ​ລວມ​ໃຫ້​ລາຍການ“

ຂ່າວ/ບົດ​ອື່ນ