(vovworld) - ຕອນບ່າຍວັນທີ 04/04, ຢູ່ວຽງຈັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງຫໍພິພິດທະພັນ ແລະ ຫໍສະໝຸດແຫ່ງຊາດ. ກ່າວຄຳເຫັນທີ່ພິທີ, ທ່ານ ບົວເງິນ ຊາພູວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃຫ້ຮູ້ວ່າ ໂຄງການມີຍອດຈຳຍວນເງິນ 15 ລ້ານ USD. ຫໍພິພິດທະພັນນອນມີເນື້ອທີ 4 ເຮັກຕາ, ຕັ້ງຢູ່ບ້ານ ສີວິໄລ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຈະໄດ້ຮັບການກໍ່ສ້າງໃນໄລຍະເວລາ 24 ເດືອນ, ໂດຍບໍລິສັດຊາວຫວຽດນາມ ຢູ່ລາວ ຈິດຈະເລີນ ແລະ ບໍລິສັດ ຄຳໄພຊະນະ ກໍ່ສ້າງ. ນີແມ່ນກິດຈະກຳທີ່ມີຄວາມໝາຍທາງດ້ານປະຫວັດສາດອັນໃຫຍ່ຫຼວງ ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກປະຊາຊົນປະຕິວັດລາວ ໃນການຮັກສາບັນດາຄຸນຄ່າມໍລະດົກປະຫວັດສາດ - ວັດທະນະທຳລາວ; ຢືນຢັນບົດບາດຄຳຄັນຂອງຫໍພິພິດທະພັນ ແລະ ຫໍສະໝຸດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຂອງຊາດ, ພ້ອມທັງຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງສາປະເທດຊາດ.