ລາວໄຂກອງປະຊຸມສະໄໝສາມັນເທື່ອທີ9,ສະພາແຫ່ງຊາດຊຸດທີ7
ໝີ້ບີ່ງ,ນັກຂ່າວVOVປະຈຳລາວ -  
ພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 7
|
(vovworld) – ຕອນເຊົ້າວັນທີ 1/7, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດລາວຊຸດທີ 7 ໄດ້ໄຂຂຶ້ນຢ່າງສົມກຽດ.
ທີ່ກອງປະຊຸມແກ່ຍາວເປັນເວລາກ່ວາ 20 ວັນນີ້ (1 – 21/7), ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ລາວ ຈະຮັບຟັງບົດລາຍງານ, ປຶກສາຫາລື ແລະ ຮັບຮອງເອົາບາງບັນຫາສຳຄັນຄືບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ນະໂຍບາຍເງິນຕາໃນປີ 2014 – 2015, ທິດທາງແຜນການປີການເງິນ 2015 – 2016, ປຶກສາຫາລືຂໍ້ສະເໜີຂອງນາຍົກລັດຖະມົນຕີກ່ຽວກັບການແຕ່ງຕັ້ງບາງສະມາຊິກລັດຖະບານຄົນໃໝ່…
ນອກນັ້ນ, ບັນດາ ສສຊ ຈະປຶກສາຫາລືກ່ຽວກັບຮ່າງກົດໝາຍໃໝ່, ຮ່າງກົດໝາຍສະບັບປັບປຸງບາງສະບັບ ແລະ ປະກອບຄຳເຫັນ ໃຫ້ແກ່ຮ່າງກົດໝາຍໃໝ່, ຮ່າງກົດໝາຍສະບັບປັບປຸງ 6 ສະບັບ.
ໝີ້ບີ່ງ,ນັກຂ່າວVOVປະຈຳລາວ