( vovworld ) – ວັນທີ 10/5, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີສະເໜີຊຸດປື້ມເອກະສານປະຫວັດສາດແຫ່ງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ 1930 - 2007. ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີມູນເຊື້ອສາມັກຄີມິດຕະພາບທີ່ສະໜິດແໜ້ນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ມູນເຊື້ອສາມັກຄີແບບພິເສດທີ່ສະໜິດແໜ້ນຂອງສອງຊາດ ໂດຍທ່ານປະທານ ໂຮ່ຈິມິນ ແລະ ທ່ານປະທານ ໄກສອນ ພົມວະຫານ ຜູ້ຍິ່ງໃຫຍ່ເປັນຜູ້ກໍຕັ້ງ ແລະ ໄດ້ຮັບການເພີ່ມພູນຄຸນສ້າງຢ່າງບໍ່ຢຸດຢັ້ງຈາກລຸ້ນຕໍ່ໆໄປ. ຊຸດປື້ນປະຫວັດສາດສາຍພົວພັນແບບພິເສດຫວຽດນາມ - ລາວ ລວມມີ ພາບສາລະຄະດີ, ບົດຂຽນຂອງການນຳສອງປະເທດຜ່ານໄລຍະຕ່າງໆ ແລະ ບັນທຶກລຳດັບເຫດການສາຍພົວພັນແບບພິເສດຫວຽດນາມ - ລາວ ນັບແຕ່ສອງປະເທດສ້າງຕັ້ງພັກອິນດູຈີນ ຮອດປີ 2007.