ວົງການເຈົ້າໜ້າທີ່ຈີນເນັ້ນໜັກວ່າ ຈີນ-ອາເມລິກາ ຄວນແກ້ໄຂຄວາມບໍ່ລົງລອຍກັນ

(VOVWORLD) -ຈີນ ແລະ ອາເມລິກາ ຄວນແກ້ໄຂບັນດາຄວາມບໍ່ລົງລອຍກັນ ແລະ ຊຸກຍູ້ການພົວພັນ 2 ຝ່າຍໃນອະນາຄົດ.

ວົງການເຈົ້າໜ້າທີ່ຈີນເນັ້ນໜັກວ່າ ຈີນ-ອາເມລິກາ ຄວນແກ້ໄຂຄວາມບໍ່ລົງລອຍກັນ - ảnh 1 ທ່ານຮອງປະທານປະເທດຈີນ ຫວາງສີຊານ ຕ້ອນຮັບທ່ານອະດີດລັດຖະມົນຕີການຕ່າງປະເທດອາເມລິກາ Henry Kissinger

(ພາບ: THX/TTXVN)

ວັນທີ 10 ພະຈິກ, ທ່ານຮອງປະທານປະເທດຈີນ ຫວາງສີຊານ ໄດ້ຢັ້ງຢືນຄືດັ່ງກ່າວໃນການຕ້ອນຮັບທ່ານອະດີດລັດຖະມົນຕີການຕ່າງປະເທດອາເມລິກາ Henry Kissinger ຢູ່ນະຄອນຫຼວງປັກກິງ. ທ່ານ ຫວາງສີຊານ ໄດ້ຮຽກຮ້ອງໃຫ້ 2 ປະເທດເດີນຕາມທ່າອ່ຽງຍຸກສະໄໝ, ສືບຕໍ່ປັບປຸງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ກໍຄືເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຫຼາຍຂົງເຂດ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ ແລະ ຊອກຫາວິທີເພື່ອສ້າງຄວາມປອງດອງກ່ຽວເຊິ່ງກັນລະກັນໃນສະພາບການໃໝ່, ເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍໃນ 4 ທົດສະວັດຈະມາເຖິງກວ່າອີກ.

        ສ່ວນທ່ານອະດີດລັດຖະມົນຕີ Henry Kissinger ຖືວ່າ, ລະຫວ່າງອາເມລິກາ ແລະ ຈີນ ມີຜົນປະໂຫຍດລວມຫຼາຍຢ່າງຍິ່ງກວ່າຄວາມບໍ່ລົງລອຍກັນ, ພ້ອມທັງສະແດງຄວາມເຫັນດີນຳກັນວ່າ, 2 ປະເທດຄວນແກ້ໄຂບັນດາບັນຫາຄືໃນປະຈຸບັນ ຜ່ານການເຈລະຈາ ແລະ ການປຶກສາຫາລືຢ່າງສະເໝີພາບ ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມສູງ ກ່ຽວກັບການພັດທະນາການພົວພັນລະຫວ່າງ 2 ຝ່າຍໃນອະນາຄົດ. ທ່ານກໍ່ຖະແຫຼງວ່າ, ພ້ອມແລ້ວທີ່ຈະມານະພະຍາຍາມເພື່ອບັນລຸໄດ້ຜົນງານດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ