ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບສ.ເກົາຫຼີ ປຶກສາຫາລືວິທີຊຸກຍູ້ສັນຕິພາບລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) -ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແຫ່ງຊາດແຖວໜ້າຂອງປະເທດນີ້ ໄດ້ປຶກສາຫາລືກ່ຽວກັບວິທີການເພື່ອຊຸກຍູ້ວິວັດທະນາການສັນຕິພາບລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ

ວັນທີ 10 ກັນຍາ, ທຳນຽບປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແຫ່ງຊາດ (NSC) ແຖວໜ້າຂອງປະເທດນີ້ ໄດ້ປຶກສາຫາລືກ່ຽວກັບວິທີການເພື່ອຊຸກຍູ້ວິວັດທະນາການສັນຕິພາບລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ກ່ອນຈະຈັດຕັ້ງພິທີສະເຫຼີມສະຫຼອງວັນເຊັນຂໍ້ຕົກລົງສຸດຍອດພຽງຢາງ ລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ.

          ນອກຈາກນັ້ນ, ບັນດາສະມາຊິກຂອງ NSC ກໍ່ຕົກລົງສືບຕໍ່ຜັນຂະຫຍາຍຄວາມມານະພະຍາຍາມດ້ານການທູດ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກເຊິ່ງປະຊາຊົນສ.ເກົາຫຼີ ພວມປະເຊີນໜ້າຍ້ອນບັນດາຂໍ້ຈຳກັດເຂົ້າເມືອງເຊິ່ງບັນດາປະເທດອື່ນພວມຈັດວາງ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19, ກໍ່ຄືຊ່ວຍປົກປ້ອງບັນດາການເຄື່ອນໄຫວທາງດ້ານເສດຖະກິດຂອງບັນດາບໍລິສັດຂອງສ.ເກົາຫຼີ ຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ