ວົງການເຈົ້າໜ້າທີ່ອາເມລິກາໃຫ້ຂໍ້ສັງເກດກ່ຽວກັບເລື່ອງປອດນິວເຄຼຍຢູ່ແຫຼມເກົາຫຼີແມ່ນຕ້ອງໃຊ້ເວລາ

(VOVWORLD) -ວົງການເຈົ້າໜ້າທີ່ທຳນຽບຂາວ ຍອມຮັບວ່າ ຈະຕ້ອງໃຊ້ເວລາ  ເພື່ອໃຫ້ ສປປ.ເກົາຫຼີປະຕິບັດການຍົກເລີກໂຄງການອາວຸດນິວເຄຼຍ ນັບທັງເມື່ອອາເມລິກາຢາກໃຫ້ປະເທດນີ້ປະຕິບັດການປອດນິວເຄຼຍໂດຍທັນທີ.

ວົງການເຈົ້າໜ້າທີ່ອາເມລິກາໃຫ້ຂໍ້ສັງເກດກ່ຽວກັບເລື່ອງປອດນິວເຄຼຍຢູ່ແຫຼມເກົາຫຼີແມ່ນຕ້ອງໃຊ້ເວລາ - ảnh 1ການລະເບີດໃນວິວັດການຍົກເລີກເດີ່ນທົດລອງນິວເຄຼຍຢູ່ Punggye-ri ເມື່ອວັນທີ 24/5

(ພາບ:YONHAP/ TTXVN)

ວັນທີ 03 ມິຖຸນາ, ທ່ານ Larry Kudlow ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດ ຢັ້ງຢືນວ່າ ເປົ້າໝາຍພຽງຢ່າງດຽວຂອງວິວັດການ ແມ່ນການປອດນິວເຄຼຍຕາມລຳພັງໃຈ ແລະ ຫຼຸດຜ່ອນອາວຸດ. ທ່ານ Larry Kudlow ຖືວ່າ ນີ້ແມ່ນວິວັດການ ແລະ ຮຽກຮ້ອງຕ້ອງໃຊ້ເວລາຫຼາຍ ເພື່ອດຳເນີນບັນດາການເຈລະຈາຈະມາເຖິງ.

        ຄຳເຫັນຂອງເຈົ້າໜ້າທີ່ອາເມລິກາໄດ້ຍົກອອກມາໃນສະພາບການທີ່ສອງປະເທດພວມກະກຽມການພົບປະສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ເຊິ່ງຄາດວ່າຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ສິງກະໂປ. ທ່ານປະທານາທິບໍດີອາເມລິກາ Donal Trump ກໍໄດ້ຖະແຫຼງວ່າ ບໍ່ມີຄວາມຫວັງຫຼາຍສຳລັບການພົບປະສຸດຍອດຈະມາເຖິງ ເຊິ່ງພຽງແຕ່ຖືວ່າ ເຫດການທີ່ຍັງບໍ່ເຄີຍມີມາກ່ອນນີ້ ຈະແມ່ນການລິເລີ່ມຂອງວິວັດທະນາການ.

ຕອບກັບ

ຂ່າວ/ບົດ​ອື່ນ