ວົງການເຈົ້າໜ້າທີ່ ອາເມລິກາ, ສປປ.ເກົາຫຼີ ສິ້ນສຸດການເຈລະຈາຂັ້ນວິຊາການຄັ້ງທີ 2

(VOVWORLD) - ວັນທີ 30 ພຶດສະພາ, ຄະນະເຈລະຈາຂັ້ນວິຊາການຂອງ ອາເມລິກາ ແລະ ສປປ.ເກົາຫຼີ ທີ່ປຶກສາຫາລືກ່ຽວກັບໂຄງການດຳເນີນງານໃຫ້ກອງປະຊຸມສຸດຍອດ 2 ຝ່າຍ ໄດ້ສິ້ນສຸດລົງໃນຕອນບ່າຍຂອງວັນດຽວກັນທີ່ອາຄານ Tongilgak ຢູ່ບ້ານຢຸດຮົບ ປານມູນຈອມ ນອນໃນຜືນແຜ່ນດິນ ສປປ.ເກົາຫຼີ.
ວົງການເຈົ້າໜ້າທີ່ ອາເມລິກາ, ສປປ.ເກົາຫຼີ ສິ້ນສຸດການເຈລະຈາຂັ້ນວິຊາການຄັ້ງທີ 2 - ảnh 1 ທ່ານ Sung Kim ແລະ ທ່ານນາງ Choe Son-hui (ພາບ: Yonhap/TTXVN

ຄະນະເຈລະຈາຂອງ ອາເມລິກາ ໂດຍທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຟີລິບປີນ Sung Kim ເປັນຫົວໜ້າຄະນະ ໄດ້ພົບປະກັບຄະນະປະຕິບັດງານ ສປປ.ເກົາຫຼີ ໂດຍທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ Choe Son-hui ນຳໜ້າ, ແລະ ດຳເນີນກອງປະຊຸມຄັ້ງທີ 2. ຈຸດສຸມຂອງກອງປະຊຸມຄັ້ງນີ້ ແມ່ນຊອກຫາຈຸດລວມໃນວິທີການປອດນິວເຄຼຍຮອບດ້ານກໍ່ຄືແຜນນະໂຍບາຍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ວິທີການປອດນິວເຄຼຍຕາມແຕ່ລະໄລຍະ ແລະ ຫຼັກໝັ້ນຂອງ ສປປ.ເກົາຫຼີ

ຕອບກັບ

ຂ່າວ/ບົດ​ອື່ນ