ວິທະຍາຄານປ້ອງກັນ ປະເທດຄວນນຳໜ້າ ໃນວຽກງານບຳລຸງສ້າງພະນັກງານກອງທັບ

ວິທະຍາຄານປ້ອງກັນ ປະເທດຄວນນຳໜ້າ ໃນວຽກງານບຳລຸງສ້າງພະນັກງານກອງທັບ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ

(vovworld) – ກ່າວ​ຄວາມ​ເຫັນ​ໃນ​ພິທີ​ອັດ​ສົກຮຽນ 2012 – 2013 ຂອງວິທະຍາຄານ​ປ້ອງ​ກັນ​ປະ​ເທດ​, ​ໃນ​ຕອນ​ເຊົ້າ​ວັນ​ທີ 19/7, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ສະ​ເໜີ​ໃຫ້​ວິທະຍາຄານ​ຄວນ​ສ້າງ​ບາດກ້າວ​ຫັນປ່ຽນ​ທີ່​ຕັ້ງໜ້າ, ມີ​ລັກສະນະ​ບຸກທະລຸ​ໃນ​ການ​ສຶກສາ - ບຳລຸງ​ສ້າງ, ຄົ້ນ​ຄ້ວາ​ວິທະຍາສາດ​ໃຫ້​ເໝາະ​ສົມ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່. ວິທະຍາຄານ​ຄວນ​ນຳ​ໜ້າ​ໃນ​ການ​ຍົກ​ສູງ​ຄູນ​ນະພາ​ບ, ປະສິດທິ​ຜົນ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ​ກອງທັບ ​ແລະ ບຳລຸງ​ສ້າງ, ສຶກສາ​ວຽກ​ງານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ທົ່ວ​ປະ​ເທດ. ວິທະຍາຄານ​ກໍ່​ຕ້ອງ​ຍົກ​ສູງ​ຄູນ​ນະພາ​ບຖັນ​ແຖວ​ຄູ​ອາຈານ, ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ ​ໄປ​ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ຄວາມ​ກ້າວໜ້າ, ຫັນ​ເປັນ​ທັນ​ສະ​ໄໝ ​ແລະ ຍົກ​ສູງ​ຄູນ​ນະພາ​ບພື້ນຖານ​ດ້ານ​ວັດຖຸ, ອຸປະກອນ​ການ​ສິດສອນ. ດ້ານ​ອື່ນ​ຕ້ອງ​ກໍ່ສ້າງ​ວິທະຍາຄານ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ​ເປັນ​ກອງ​ກຳລັງ​ຫຼວງ, ​ເປັນ​ແບບຢ່າງ​​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ເຝິກ​ແອບ - ບຳລຸງ​ສ້າງ, ຄົ້ນ​ຄ້ວາ​ວິທະຍາສາດ​ປ້ອງ​ກັນ​ປະ​ເທດ, ການ​ທະຫານ ​ແລະ ບຳລຸງ​ສ້າງ ຮ່ວມ​ມື​ກັບ​ສາກົນ.

ຂ່າວ/ບົດ​ອື່ນ