“ວັນກິລາອາຊຽນ”ຢູ່ສະຫະພັນລັດເຊຍ
ການແຂ່ງຂັນກິລາໃນລາຍການ
(vovworld) – ວັນທີ 11/10, ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ສະຫະພັນ ລັດເຊຍ ໄດ້ຈັດຕັ້ງ “ວັນກິລາ ອາຊຽນ” ດ້ວຍການເຂົ້າຮ່ວມຂອງທັງໝົດພະນັກງານ, ລັດຖະກອນສະຖານທູດ 10 ປະເທດ ອາຊຽນ ປະຈຳ ສະຫະພັນລັດເຊຍ. ນີ້ແມ່ນການເຄື່ອນໄຫວສິ້ນສຸດອາຍຸການເປັນປະທານຄະນະກຳມະການ ອາຊຽນ - ມົດສກູ ຂອງສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ແລະ ນາມມະຍົດນີ້ໄດ້ມອບໃຫ້ເອກອັກຄະລັດຖະທູດ ບຣູໄນ Darusalam ປະຈຳສະຫະພັນລັດເຊຍ ຢ່າງເປັນທາງການ ໃນອາຍຸການ 6 ເດືອນຕໍ່ໄປ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຫງວຽນແທງເຊີນ ເນັ້ນໜັກວ່າ: ເຫດການກິລານີ້ແມ່ນເພື່ອແນໃສ່ຮັດແໜ້ນຄວາມສາມັກຄີ, ນ້ຳໃຈມິດຕະພາບລະຫວ່າງບັນດານັກກິລາ ເຊິ່ງແມ່ນພາລະກອນ, ລັດຖະກອນຂອງບັນດາປະເທດ ອາຊຽນ ປະຈຳ ລັດເຊຍ. ສິ້ນສຸດວັນແຂ່ງຂັນ, ທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ພ້ອມກັນເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ ໄດ້ມອບຂັນ ແລະ ຫຼຽນກາໃຫ້ບັນດານັກກິລາຍາດໄດ້ລາງວັນ 1, 2, 3 ໃນລາຍການແຂ່ງຂັນກິລາຕ່າງໆພ້ອມກັບຂອງຂວັນຫຼາຍຢ່າງ.