ວັນທີ 11 ທັນວາ, ໄຂເວທີປາໄສແຫ່ງຊາດພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ

(VOVWORLD) -ເວທີປາໄສລວມມີ 2 ວາລະທາບທາມຄວາມເຫັນຕົ້ນຕໍ ປຶກສາຫາລືກ່ຽວກັບວິສາຫະກິດເຕັກໂນໂລຊີດີຈີຕອນ ແກ້ໄຂບັນຫາຫັນເປັນດີຈີຕອນແຫ່ງຊາດ ແລະ ວິສາຫະກິດດີຈີຕອນ
ວັນທີ 11 ທັນວາ, ໄຂເວທີປາໄສແຫ່ງຊາດພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ - ảnh 1ເວທີປາໄສຈະຈັດຂຶ້ນໃນວັນທີ 11 ທັນວາ
(ພາບ: TTXVN)

ເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ຄັ້ງທີ 3 ດ້ວຍຫົວເລື່ອງ “ຫັນເປັນດີຈີຕອນ - ກຳລັງໜູນເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ” ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈະຈັດຂຶ້ນໃນວັນທີ 11 ທັນວາ ນີ້, ຢູ່ສູນກອງປະຊຸມແຫ່ງຊາດ, ທີ່ຮ່າໂນ້ຍ. ຄາດວ່າ, ເວທີປາໄສມີການເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ. ເວທີປາໄສໄດ້ຈັດຂຶ້ນໂດຍກົງຢູ່ ຮ່າໂນ້ຍ ສົມທົບກັບທາງໄກ ໂດຍມີການເຊື່ອມຕໍ່ກັບບັນດາສະຖານທີ່ຢູ່ສຳນັກງານຄະນະກຳມະການປະຊາຊົນແຂວງ, ນະຄອນເຂດພາກກາງ ແລະ ພາກໃຕ້. ເວທີປາໄສລວມມີ 2 ວາລະທາບທາມຄວາມເຫັນຕົ້ນຕໍ ປຶກສາຫາລືກ່ຽວກັບວິສາຫະກິດເຕັກໂນໂລຊີດີຈີຕອນ ແກ້ໄຂບັນຫາຫັນເປັນດີຈີຕອນແຫ່ງຊາດ ແລະ ວິສາຫະກິດດີຈີຕອນ ຊ່ວຍໃຫ້ບັນດາຂະແໜງການ, ຂົງເຂດຟື້ນຟູ ແລະ ພັດທະນາເສດຖະກິດແບບຍືນຍົງໃນໄລຍະເກີດໂລກລະບາດ ແລະ ພາຍຫຼັງໄລຍະເກີດໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ