(VOVWORLD) -ປີ 2021, ຄາດວ່າ ປະລິມານໝາກລີນຈີ່ຂອງແຂວງ ບັກຢາງ ບັນລຸ 3.600 ໂຕນ, ໃນນັ້ນ ມີປະມານ 1.800 ໂຕນແມ່ນໄດ້ສົ່ງອອກໄປຍັງ ຍີ່ປຸ່ນ.
ນີ້ແມ່ນປີທີ 2 ທີ່ໝາກລີນຈີ່ຂອງແຂວງ ບັກຢາງ ໄດ້ສົ່ງອອກຂາຍໃຫ້ຕະຫຼາດ ຍີ່ປຸ່ນ
(ພາບ: sggp.org.vn)
|
ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ເມືອງ ເຕີນອຽນ, ແຂວງ ບັ໊ກຢາງ, ໄດ້ດຳເນີນພິທີສົ່ງອອກໝາກລີນຈີ່ ເຕີນອຽນ ງວດທຳອິດໄປຍັງຕະຫຼາດ ຍີ່ປຸ່ນ. ຄາດວ່າ, ບັນດາບໍລິສັດຫຸ້ນສ່ວນນຳເຂົ້າ-ສົ່ງອອກສະບຽງອາຫານ ຈະສົ່ງໝາກລີນຈີ່ປະມານ 15 ໂຕນໄປຂາຍໃຫ້ ຍີ່ປຸ່ນ. ນີ້ແມ່ນປີທີ 2 ທີ່ໝາກລີນຈີ່ຂອງແຂວງ ບັກຢາງ ໄດ້ສົ່ງອອກຂາຍໃຫ້ຕະຫຼາດ ຍີ່ປຸ່ນ ບັນລຸຜົນສຳເລັດ.
ຕໍ່ໜ້າສະພາບໂລກລະບາດໂຄວິດ-19, ແຂວງ ບັກຢາງ ໄດ້ເປັນເຈົ້າການສ້າງແຜນການກ່ຽວກັບການຜະລິດໝາກລີຈີ່ໂດຍປອດໄພຕໍ່ໂລກລະບາດ ດ້ວຍຫຼາຍມາດຕະການ, ຮັບປະກັນຄວາມປອດໄພ. ທ່ານ ເລແອັງເຢືອງ, ປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ເຮັດທຸກມາດຕະການເພື່ອໃຫ້ໝາກລີນຈີ່ ບັກຢາງ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຮັບປະກັນມາດຕະຖານຢ່າງພຽງພໍເພື່ອສົ່ງອອກ. ພວກຂ້າພະເຈົ້າກໍ່ຕັ້ງໜ້າເຮັດວຽກກັບຝ່າຍ ຍີ່ປຸ່ນ, ອອກໃບຢັ້ງຢືນແນະນຳພູມມີປະເທດສຳລັບໝາກລີນຈີ່ ບັກຢາງ ແລະ ກົມປ້ອງກັນພືດເພື່ອກວດກາຄຸນນະພາບການຫຸ້ມຫໍ່, ສົ່ງອອກຈາກແຂວງ ບັກຢາງ ໂດຍບໍ່ຕ້ອງການແຕ່ງຕັ້ງນັກຊ່ຽວຊານ ຍີ່ປຸ່ນ ມາ, ສະນັ້ນແມ່ນມີຄວາມສະດວກທີ່ສຸດ”.
ປີ 2021, ຄາດວ່າ ປະລິມານໝາກລີນຈີ່ຂອງແຂວງ ບັກຢາງ ບັນລຸ 3.600 ໂຕນ, ໃນນັ້ນ ມີປະມານ 1.800 ໂຕນແມ່ນໄດ້ສົ່ງອອກໄປຍັງ ຍີ່ປຸ່ນ.