ວັນທີ່ 31/12 ແມ່ນວັນຊາດອີຣັກ

ທ່ານ​ນາຍົກລັດຖະມົນຕີອີຣັກ Nuri al Maliki ​ໃຫ້​ຮູ້ວ່າ: ​ໄດ້​ຕົກລົງ​ເອົາ​ວັນ​ທີ 31/12 ​ແມ່ນ​ວັນຊາດ​ຂອງ​ອີຣັກ, ຊື່​ງ​ແມ່ນ​ຂີດ​ໝາຍ​ຂອງ​ເຫດການ​ທະ​ຫານ​ອາ​ເມ​ລິ​ກາ​ທັງ​ໝົດ​ໄດ້​ຖອນ​ອອກ​ຈາກ​ປະ​ເທດ​ນີ້. ທ່ານ Maliki ​ເນັ້ນໜັກ​ວ່າ, ນີ້​ແມ່ນ​ວັນ​ຂອງ​ປະຊາຊົນ​ອີຣັກ, ວັນ​ທີ່​ທຸງຊາດ​ແຫ່ງ​ເສລີພາບ, ​ເອະ​ກະພາບ​ຂອງ​ປະ​ເທດ​ອີຣັກ​ໄດ້​ປີ່​ວສະ​ບັດ. ນັບ​ແຕ່​ນີ້​ເປັນຕົ້ນ​ໄປ, ອີຣັກ​ໄດ້​ກາຍ​ເປັນ​ປະ​ເທດ​ເສລີພາບ ​ແລະ​ປະຊາຊົນ​ອີຣັກບໍ່​ມີ​ການ​ເລືອກ​ເຟັ້ນ​ໃດໆ ນອກຈາກ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ອອກ​ຈາກ​ລັດທິ​ກໍ່​ການ​ຮ້າຍ. ທ່ານ​ຍັງ​ໃຫ້​ຮູ້​ວ່າ, ລັດຖະບານ​ຂອງ​ທ່ານ​ຈະ​ມານະ​ພະຍາຍາມ​ສ້າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີຣັກ​ເຂັ້ມ​ແຂງ ​ເພື່ອ​ສາມາດ​ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ​ໃນ​ຕໍ່ໜ້າ.
ຂ່າວ/ບົດ​ອື່ນ