ພາບປະກອບ:internet
|
(vovworld)-`ວັນບຸນວັດທະນະທຳອາຊີຕາເວັນອອກສຽງໃຕ້ ດຳເນີນໄປໃນວັນທີ 11/8 ຢູ່ ມະຫາວິທະຍາໄລຍແຫ່ງຊາດອົດສະຕາລີ ຢູ່ Canberra ໂດຍມີການເຂົ້າຮ່ວມຂອງບັນດາສະຖານທູດ ແລະ ຜູ້ຕາງຫນ້າສະຖາທູດບັນດາປະເທດ ອາຊຽນ, ໃນນັ້ນ ມີ ຫວຽດນາມ. ທີ່ວັນບຸນ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດ ອາຊີ ຕາເວັນອອກສຽງໃຕ້. ບັນດາຈຸດພິເສດສະເພາະຂອງຊົນເຜົ່າ, ປະຊາຊົນບັນດາປະເທດ ລ້ວນແຕ່ສະແດງໃຫ້ເຫັນຢ່າງມີຊີວິດຊີວາຜ່ານຮ້ານວາງສະແດງ ແລະ ອາຫານການກິນທີ່ອຸດົມສົມບູນ. ທີ່ວັນບຸນກໍຈັດໃຫ້ມີບັນດາລາຍການສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນຊົນເຜົ່າ ໂດຍນັກສຶກສາ, ນັກຄົ້ນຄ້ວາບັນດາປະເທດອາຊີຕາເວັນອອກສຽງໃຕ້ສະແດງ.