ວັນບຸນສີສັນລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດ
ວັນບຸນສີສັນລະດູບານໃຫມ່
ພາບ:langvietonline
|
(vovworld)- ວັນບຸນສີສັນລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດຳເນີນໄປແຕ່ວັນທີ 7 – 14/2 ຢູ່ ໝູ່ບ້ານວັດທະນະທຳ ທ່ອງທ່ຽວ ບັນດາເຜົ່າ ຫວຽດນາມ ຢູ່ດົງໂມ ເຊີນໄຕ ຮ່າໂນ້ຍ. ເປີດສາກໃຫ້ບັນດາລາຍການຂອງວັນບຸນ ແມ່ນພິທີໄຂເຂດແນະນຳໝູ່ບ້ານຫັດຖະກຳ, ອາຫານການກິນ, ຜະລິດຕະພັນພິເສດຂອງຊາວຊົນເຜົ່າ. ທ່ານ ຫງວຽນດີງເລີ້ຍ, ຮອງຫົວຫນ້າຄະນະຄຸ້ມຄອງໝູ່ບ້ານວັດທະນະທຳ ທ່ອງທ່ຽວບັນດາເຜົ່າຫວຽດນາມ, ຫົວຫນ້າຄະນະຈັດຕັ້ງໃຫ້ຮູ້ວ່າ: ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວມີຄວາມໝາຍສຳຄັນ ເພື່ອໂຄສະນາບັນດາຜະລິດຕະພັນພິເສດຂອງບັນດາເຜົ່າເຖິງແຂກເຂົ້າຮ່ວມ.
“ແຂກເຂົ້າຮ່ວມວັນບຸນໃນມື້ນີ້ຈະໄດ້ຮັບຊົມບັນດາຜະລິດຕະພັນຂອງໝູ່ບ້ານຫັດຖະກຳ ແລະ ໄດ້ຊີມອາຫານການກິນຂອງບັນດາເຜົ່າຫວຽດນາມ. ນອກນັ້ນ ແຂກສາມາດຊອກຮູ້ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຜະລິດ, ປຸງແຕ່ງອາຫານພື້ນເມືອງອີກດ້ວຍ.”