( vovworld ) – ສະຫະປະຊາຊາດ, ສະຫງວນແຫຼ່ງທຶນຫຼາຍກ່ວາອີກເພື່ອເບິ່ງແຍງດູແລສຸຂະພາບຜູ້ອາຍຸສູງ ເພື່ອຮັບປະກັນໃຫ້ເຂົ້າເຈົ້າມີຊີວິດທີ່ສົດຊື່ນ ແລະ ແຂງແຮງແມ່ນຂໍ້ມູນຂ່າວຂອງສະຫະປະຊາຊາດເນື່ອງໃນໂອກາດວັນແພດໝໍໂລກ 7/4 ປີ 2012. ໃນສານຂອງວັນແພດໝໍ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສະໜອງບັນດາບໍລິການສາທາລະນະສຸກເໝາະສົມໃຫ້ຜູ້ມີອາຍຸສູງຜ່ານບັນດານະໂຍບາຍສາທາລະນະສຸກແທດເໝາະກ່ຽວກັບການເບິ່ງແຍງດູແລສຸຂະພາບໃຫ້ຜູ້ອາຍຸສູງ. ສະຫະປະຊາຊາດກຳນົດຫົວຂໍ້ຂອງວັນແພດໝໍປີນີ້ແມ່ນ “ ສຸຂະພາບດີເພື່ອມີອາຍຸຍືນ ” ເພື່ອແນໃສ່ເນັ້ນໜັກເຖິງບັນຫາໃຫ້ບຸລິມະສິດຂອງອົງການອະນາໄມໂລກໃນປີ 2012 ແມ່ນສຸມໃສ່ຊຸກຍູ້ສຸຂະພາບໃຫ້ຜູ້ມີອາຍຸສູງຜ່ານການດຳລົງຊີວິດຊີວິດເພື່ອສ້າງຊີວິດທີ່ສົດຊື່ນ ແລະ ມີຜົນປະໂຫຍດໃຫ້ແກ່ຜູ້ອາຍຸສູງ.