ວິສາຫະກິດຫວຽດນາມປະກອບສ່ວນເຂົ້າໃນການພັດທະນາຂອງປະເທດກຳປູເຈຍ

(VOVWORLD) -ຕອນບ່າຍວັນທີ 30 ພຶດສະພາ, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ຈັດກອງປະຊຸມພົບປະວິສາຫະກິດຫວຽດນາມ ປະຈຳກຳປູເຈຍ ປີ 2018, ເພື່ອແນໃສ່ແບ່ງປັນບົດຮຽນ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ກຳປູເຈຍ ກວ່າອີກ. 
ວິສາຫະກິດຫວຽດນາມປະກອບສ່ວນເຂົ້າໃນການພັດທະນາຂອງປະເທດກຳປູເຈຍ - ảnh 1 (ກອງປະຊຸມພົບປະວິສາຫະກິດຫວຽດນາມ ປະຈຳກຳປູເຈຍ ປີ 2018)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ ໃຫ້ຮູ້ວ່າ, ບັນດານັກທຸລະກິດຫວຽດນາມ ຢູ່ກຳປູເຈຍ ແມ່ນຂົວເຊື່ອມຕໍ່ສຳຄັນໃນການເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ຊາດ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງວຽກເຮັດງານທຳ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດກຳປູເຈຍ. ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ໃຫ້ຮູ້ວ່າ, ກອງປະຊຸມແມ່ນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານຫວຽດນາມ ສຳລັບກຳລັງນັກທຸລະກິດຫວຽດນາມ ຢູ່ກຳປູເຈຍ ແລະ ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກທຸລະກິດປະກອບຄຳເຫັນ ແນໃສ່ຊ່ວຍສ້າງນະໂຍບາຍໜູນຊ່ວຍ ແລະ ເຕົ້າໂຮມວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ເຄື່ອນໄຫວຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ