ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ
ພາບ:vov.vn
|
(vovworld)-ຕອນເຊົ້າວັນທີ 28/6, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈິມີນ ໄດ້ເຂົ້າຮ່ວມການພົບປະສົນທະນາ,ຮັບຟັງຄຳເຫັນຂອງບັນດາວິສາຫະກິດ, ສະຫະສະມາຄົມຂະແຫນງອາຊີບ ເພື່ອແກ້ໄຂຂໍ້ຕັດຂັດກ່ຽວກັບກົນໄກ, ປຸກລຸກຈິດໃຈດຳເນີນທຸລະກິດ, ທຳການຜະລິດ, ປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດໃນສະພາບການປະຈຸບັນ. ທ່ານປະທານປະເທດເຈືອງເຕີນຊາງ ເນັ້ນຫນັກວ່າ: ໃນສະພາບການຫຍຸ້ງຍາກປະຈຸບັນ ຄວນມີຄວາມເຫັນອົກເຫັນໃຈ, ຮ່ວມເດີນທາງລະຫວ່າງວິສາຫະກິດ ກັບກົງຈັກບໍລິຫານ, ຟື້ນຕົວການຜະລິດດຳເນີນທຸລະກິດ, ສ້າງພື້ນຖານເສດຖະກິດເຂັ້ມແຂງ.