(vovworld) - ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະໄດ້ຮັບການຈັດຕັ້ງຂຶ້ນແຕ່ວັນທີ 9 -18/4/2013. ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບຫຼາຍບັນຫາສຳຄັນຄື: ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ຄາດຄະເນລາຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2014, ຄາດຄະເນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2014 ແລະ ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2013 ແລະ ຊຸດທີ 13 ຂອງ ສະພາແຫ່ງຊາດ... ກ່ຽວກັບວຽກງານສ້າງກົດໝາຍ, ໃນວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບາງບັນຫາສຳຄັນ, ຍັງມີຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍສະບັບຕ່າງໆຄື: ກົດໝາຍວ່າດ້ວຍການປ້ອງກັນ, ຫລຸດຜ່ອນໄພພິບັດທຳມະຊາດ, ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຢີ (ສະບັບປັບປຸງ), ກົດໝາຍວ່າດ້ວຍການສຶກສາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).... ຄະນະປະຈຳສະພາແຫ່ງຊາດ ກໍ່ຈະໃຫ້ຄຳເຫັນແກ່ບັນດາຮ່າງກົດໝາຍ: ກົດໝາຍວ່າດ້ວຍການປ້ອງກັນ ແລະ ກວດໂລກລະບາດສຳລັບພືດ, ກົດໝາຍວ່າດ້ວຍວຽກເຮັດງານທຳ ແລະ ກົດໝາຍວ່າດ້ວຍແນວໂຮມປະເທດຊາດ (ສະບັບປັບປຸງ).