(vovworld) – ຕອນເຊົ້າວັນທີ 26/3, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ່ຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ເປັນປະທານວາລະປະຊຸມທີ 2 ຂອງຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ທີ່ວາລະປະຊຸມ, ທ່ານ ຫງວຽນບ໋າແທງ, ກຳມະການສູນກາງພັກ, ຫົວໜ້າຄະນະວຽກງານພາຍໃນສູນກາງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ລາຍງານບັນດາ: ຮ່າງລະບຽບການເຮັດວຽກຂອງຄະນະຊີ້ນຳ, ຂໍ້ຕົກລົງແບ່ງງານໃຫ້ບັນດາສະມາຊິກໃນຄະນະຊີ້ນຳ, ໂຄງການເຮັດວຽກຈຸດສຸມໃນປີ 2013 ຂອງຄະນະຊີ້ນຳ...
ກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ຊີ້ແຈງວ່າ: ເລື່ອງສ້າງຮ່າງລະບຽບການເຮັດວຽກດ້ວຍເນື້ອໃນຈິດໃຈລວມແມ່ນເສີມຂະຫຍາຍບົດບາດຂອງຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນເງື່ອນໄຂໃໝ່ຢ່າງສຸດຂີດ. ເນື້ອໃນລະບຽບການຕ້ອງໄດ້ຮັບການສ້າງຂຶ້ນ ຖືກກັບການເຄື່ອນໄຫວຂອງຄະນະຊີ້ນຳ, ກຳນົດລະອຽດຂອບເຂດວຽກງານຂອງຄະນະຊີ້ນຳ, ຄະນະປະຈຳຄະນະຊີ້ນຳ, ອົງການປະຈຳຄະນະຊີ້ນຳ. ກ່ຽວກັບໂຄງການວຽກງານປີ 2013, ທ່ານເລຂາທິການໃຫຍ່ ຮຽກຮ້ອງວ່າຕ້ອງກຳນົດລະອຽດບັນດາວຽກງານຄວນໄດ້ຮັບການສຸມໃສ່ປະຕິບັດແຕ່ນີ້ຮອດທ້າຍປີບົນພື້ນຖານອີງໃສ່ໂຄງການເຮັດວຽກ, ຄວາມຮຽກຮ້ອງຕ້ອງການຕົວຈິງ:
“ກວດກາຄືນ, ສ້າງເນື້ອໃນໂຄງການວຽກງານແຕ່ນີ້ຮອດທ້າຍປີ, ກຳນົດບາງເນື້ອໃນຈຸດສຸມຄວນໄດ້ຮັບການປະຕິບັດ. ສ້າງລະບຽບການທີ່ຍັງຂາດເຂີນຄື: ກົດລະບຽບການເຮັດວຽກຂອງຄະນະວຽກງານພາຍໃນສູນກາງ, ລະບຽບການສົມທົບຂອງຄະນະວຽກງານພາຍໃນສູນກາງ. ຫຼືວ່າບາງວຽກງານທີ່ພວມຕິດຂັດຕ້ອງໄດ້ຮັບການແກ້ໄຂຄື: ບັນຫາຫັນເປັນກະຈ່າງແຈ້ງ, ເປີດເຜີຍການແຈ້ງຊັບສົມບັດ...”