(vovworld) - ຄະນະຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 7 ໃນຕອນເຊົ້າວັນທີ 03/04 ຢູ່ຮ່າໂນ້ຍ, ເພື່ອໃຫ້ຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນສະບັບປັບປຸງ ເຊິ່ງໄດ້ຮັບການຮັບເອົາ, ປັບປຸງໃນເບື້ອງຕົ້ນຕາມຄຳເຫັນປະກອບຂອງປະຊາຊົນ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ປະທານຄະນະກຳມະການຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ຢືນຢັນວ່າເລື່ອງປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນສະບັບປັບປຸງ ແມ່ນບັ້ນດຳເນີນຊີວິດການເມືອງ, ນິຕິກຳປະຊາທິປະໄຕ, ເລິກເຊິ່ງກວ້າງຂວາງ, ມີຄຸນນະພາບໃນໝູ່ປະຊາຊົນທຸກຊັ້ນວັນນະ ແລະ ທັງລະບົບການເມືອງ. ທ່ານປະທານສະພາແຫ່ງຊາດ ຖືວ່າ ບັນດາຄຳເຫັນທີ່ດີ, ມີພື້ນຖານວິທະຍາສາດ, ເໝາະສົມກັບສະພາບຕົວຈິງຂອງປະເທດຊາດ ຕ້ອງໄດ້ຮັບເອົາ; ສ່ວນບັນດາຄຳເຫັນບໍ່ຮັບເອົາໄດ້ ຄະນະຮຽບຮຽງຕ້ອງອະພິປາຍຢ່າງລະອຽດ, ຈະແຈ້ງ, ເພື່ອໃຫ້ປະຊາຊົນເຂົ້າໃຈ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ.
“ບັ້ນດຳເນີນຊີວິດການເມືອງນິຕິກຳທີ່ກວ້າງຂວາງໃນທົ່ວ ປວງຊົນ ໄດ້ສັງລວມ, ເຕົ້າໂຮມຈິດໃຈ, ປັນຍາ, ຄຳເຫັນຂອງປະຊາຊົນ. ພາຍຫຼັງການຮັບເອົາຄຳເຫັນຄັ້ງນີ້ໄດ້ປະຕິບັດເປັນຢ່າງດີ. ເລື່ອງອະພິປາຍບໍ່ຮັບເອົາຄຳເຫັນກໍ່ມີຄວາມ ສຳຄັນ ເພື່ອປັບປຸງລັດຖະທຳມະນູນໃຫ້ດີກວ່າ. ໝາກຜົນອັນໃຫຍ່ຫຼວງແມ່ນຮ່າງລັດຖະທຳ ມະນູນຂອງພວກເຮົາໄດ້ຮັບການປະກອບຄຳເຫັນຈາກປະຊາຊົນ. ແລະ ພວກເຮົາໄດ້ຮັບເອົາບັນດາຄຳເຫັນໂດຍມີການເລືອກເຟັ້ນ. ເປັນອັນວ່າ, ລັດຖະທຳທະນູນນີ້ ໂດຍປະຊາຊົນເປັນຜູ້ຕັດສິນ ແລະ ມັນໄດ້ສະແດງໃຫ້ເຫັນສິດອຳນາດຂອງປະຊາຊົນ”.