ວາລະປະຊຸມຄົບຄະ ນະຄັ້ງທີ 6 ຂອງກຳມາ ທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ

ວາລະປະຊຸມຄົບຄະ ນະຄັ້ງທີ 6 ຂອງກຳມາ ທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ - ảnh 1
ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6 ຂອງ​ກຳມາ​ທິການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ
(ພາບ: google.com.vn)

(vovworld) -  ວັນ​ທີ 20/10, ກຳມາ​ທິການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະພາ​ແຫ່ງ​ຊາດ​ ໄດ້​ຈັດວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6  ​ເພື່ອ​ກະກຽມ​ບັນດາ​ເນື້ອ​ໃນ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13​ ເຊິ່ງຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 22/10. ວາລະ​ປະຊຸມ​ໄດ້​ສຸມ​ໃສ່ພິຈາລະນາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ ສະພາບ​ການ​ປະຕິບັດ​ແຜນ​ງົບປະມານ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ປີ 2012; ທິດ​ທາງ, ໜ້າ​ທີ່ ​ແລະ ​ແຜນ​ງົບປະມານ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ປີ 2013. ກຳມາ​ທິການ​ກໍ່​ຈະ​ພິຈາລະນາ​ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ ກໍ່​ຄື ປຶກສາ​ຫາລື​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ຂອງ​ກຳມາ​ທິການ​ໃນ​ປີ 2012, ລາຍການ​ວຽກ​ງານ​ຂອງ​ກຳມາ​ທິການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ປີ 2013. ວາລະ​ປະຊຸມ​ຄັ້ງ​ທີ 6 ຂອງກຳມາ​ທິການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຈະ​ແກ່ຍາວ​ຮອດ​ວັນ​ທີ 21/10.

ຂ່າວ/ບົດ​ອື່ນ