ວຽກງານການຕ່າງປະເທດປະຊາຊົນຄວນເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ

ວຽກງານການຕ່າງປະເທດປະຊາຊົນຄວນເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ - ảnh 1
ທ່ານ ເລ​ຮົ່ງ​ແອງຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ
ພາບ:laodong.com
 (vovworld)- ​ ​ຕອນ​ບ່າຍ​ວັນ​ທີ 28/12 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2015 ແລະ ຜັນ​ຂະ​ຫຍາຍ​ຫນ້າ​ທີ​ປີ 2016. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ເນັ້ນ​ຫນັກ​ວ່າ: ປີ 2016, ວຽກ​ງານ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ຄວນ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຫນ້າ​ທີ່​ຄື​:ຮີບ​ເຮັ່ງ​ກະ​ກຽ​ມ ແລະ ຕັ້ງ​ຫນ້າ​ເຂົ້າ​ຮ່ວມ ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ການ​ຕ່າງ​ປະ​ເທດ, ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ເປັນ​ຕົ້ນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ອາ​ຊຽນ, ເປີດກວ້າງ​ເຄືອ​ຂ່າຍ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ສາ​ກົນ. ທ່ານ ເລ​ຮົ່ງ​ແອງ ຊີ້​ແຈ້ງວ່າ:

        “ການ​ເຄື່ອນ​ໄຫວ​ການ​ຕ່າງ​ ປະ​ເທດ​ປະ​ຊາ​ຊົນ ມີ​ບົດ​ບາດ ແລະ ທ່າ​ໄດ້​ປຽບ​ພິ​ເສດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ. ຄະ​ນະ​ພັກ​, ອົງ​ການ​ພັກ, ອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ ທຸກ​ຂັ້ນ ຄວນ​ສືບ​ຕໍ່​ຊາ​ບ​ຊືມ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ທີ່​ຕັ້ງ, ບົດ​ບາດ​ສຳ​ຄັນ​ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ.”

ຂ່າວ/ບົດ​ອື່ນ