ວຽກງານຂົນຂວາຍປະຊາຊົນຕ້ອງແມ່ນຂົວເຊື່ອມຕໍ່ລະຫວ່າງພັກກັບປະຊາຊົນ
ທ່ານນາງ ຮ່າທິຄຽດ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ
(ພາບ: Phương Hoa/TTXVN)
(vovworld) – ຕອນເຊົ້າວັນທີ 11/10, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດຕັ້ງການພົບປະສັງສັນ, ໂອ້ລົມສົນທະນາເນື່ອງໃນໂອກາດສະເຫຼີມສະຫຼອງ 84 ປີແຫ່ງວັນມູນເຊື້ອວຽກງານຂົນຂວາຍປະຊາຊົນ (15/10/1930 – 15/10/2014), 15 ປີ “ແຫ່ງວັນຂົນຂວາຍປະຊາຊົນຂອງທົ່ວປະເທດ” (15/10/1999 – 15/10/2014), 65 ປີແຫ້ງບົດຂຽນ “ຂົນຂວາຍປະຊາຊົນ” ຂອງປະທານໂຮ່ຈີມິນ (15/10/1949 – 15/10/2014). ກ່າຄຳເຫັນນະທີ່ນີ້, ທ່ານນາງ ຮ່າທິຄຽດ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ເນັ້ນໜັກວ່າ: ເພື່ອເສີມຂະຫຍາຍບົດບາດຂອງວຽກງານຂົນຂວາຍປະຊາຊົນ, ຕ້ອງເສີມຂະຫຍາຍບົດບາດການຂົນຂວາຍຂັ້ນຮາກຖານຍິ່ງກ່ວາອີກ. ພິເສດ, ຕ້ອງປ່ຽນໃໝ່ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່, ຈາກນັ້ນຊ່ວຍພັກ, ພ້ອມກັບພັກ ເຊື່ອມຕໍ່ການພົວພັນລະຫວ່າງພັກ ແລະ ປະຊາຊົນ. ຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນຕ້ອງຍົກສູງຄຸນນະພາບການເຄື່ອນໄຫວ, ສ້າງຄວາມເຫັນດີເຫັນພ້ອມສູງກ່ຽວກັບເລື່ອງປະຕິບັດບັນດາຄຳສັ່ງ, ມະຕິຂອງພັກ, ບັນດາໂຄງການພັດທະນາເສດຖະກິດ - ສັງຄົມ, ເພີ່ມທະວີການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສີມຂະຫຍາຍກຳລັງແຮງຂອງທົ່ວລະບົບການເມືອງ ແລະ ຂອງທົ່ວສັງຄົມ.