ວຽກງານຍ້ອງຍໍ້ສັນລະເສີນຕ້ອງຕິດພັນກັບໜ້າທີ່ພັດທະນາເສດຖະກິດສັງຄົມປີ 2013

ວຽກງານຍ້ອງຍໍ້ສັນລະເສີນຕ້ອງຕິດພັນກັບໜ້າທີ່ພັດທະນາເສດຖະກິດສັງຄົມປີ 2013 - ảnh 1
(ທ່ານ​ນາຍົກລັດຖະມົນຕີ
ຫງວຽນ​ເຕີນ​ຢຸງ)
(vovworld) - ຕອ​ນ​ເຊົ້າ​ວັນ​ທີ 22/01, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ, ປະທານ​ສະພາ​ແຂ່ງ​ຂັນ - ມອບ​ລ້າງ​ວັນ​ສູນ​ກາງ, ​​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 50 ຂອງ​ສະພາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ເໜີ​ວ່າ ວຽກ​ງານ​ແຂ່ງ​ຂັນ, ມອບ​ລ້າງ​ວັນ​ຕ້ອງ​ຕິດ​ພັນ​ກັບ​ໜ້າ​ທີ່​ພັດທະນາ​ເສດ​ຖະກິດ​ສັງຄົມ​ຂອງ​ປີ 2013, ປະກອບສ່ວນ​ປະຕິບັດ​ຈຸດໝາຍ​ຂອງ​ປີ​ແມ່ນ​ເພີ່ມ​ທະວີ​ການຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຫຼຸດຜ່ອນ​ໄພ​ເງິນ​​ເຟີ້, ບັນລຸ​ລະ​ກັບ​ເຕີບ​ໂຕ​ສູງ​ກວ່າ​ປີ 2012 ຢ່າງ​ມີ​ໄຊ; ຍູ້​ແຮງ​ກາ​ນປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ຕິດ​ພັນ​ກັບ​ການສ້າງໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ; ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະ​ຫວັດ​ດີ​ການ​ສັງຄົມ... ສຳລັບ​ວຽກ​ງານ​ຍ້ອງຍໍ ມອບ​ລ້າງ​ວັນ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ຄົ້ນ​ພົບ​ປັດ​ໃຈ​ໃໝ່, ຮູບ​ແບບ​ດີ​ເດັ່ນກ້າວໜ້າ, ວຽກ​ດີ​ຄົນ​ເດັ່ນ ​ໃນ​ຂະ​ບວນການ​ແຂ່ງຂັນ​ ມອບ​ລ້າງ​ວັນ ​ແລະ ​ເຊີດ​ຊູ​ຢ່າງ​ທັນ​ທານ. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ຮູບ​ແບບ​ການ​ຍ້ອງຍໍ​ໂດຍ​ບັງ​ເອີນ, ຍ້ອງຍໍ​ສ່ວນ​ບຸກຄົນ​ທີ່​ດີ​ເດັ່ນ, ກ້າ​ວໜ້າ​ແມ່ນ​ຄົມ​ງານ​ໂດຍ​ກົງ. ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ​​ແນວ​ໂຮມ, ໝູ່​ຄະນະ, ທ້ອງ​ຖິ່ນ ຕ້ອງ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ວຽກ​ງານ​ໂຄສະນາ, ​ເພື່ອ​ແນ​ໃສ່​ທະວີ​ຄຸນ​ບັນດາ​ຮູບ​ແບບ​ກ້າວໜ້າ, ​ແບບຢ່າງ​ວຽກ​ດີ​ຄົນ​ເດັ່ນ.
ຂ່າວ/ບົດ​ອື່ນ